ອາເມລິກາ ຢາກບັນລຸໄດ້ຂໍ້ຕົກລົງກັບ ອີຣານ ພາຍໃນ 1 ເດືອນ
ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນທີ 12 ກຸມພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຕ້ອງບັນລຸໄດ້ຂໍ້ຕົກລົງກັບ ອີຣານ ຖ້າບໍ່ດັ່ງນັ້ນ ຜົນຕາມມາຈະ “ຮ້າຍແຮງທີ່ສຸດ”. ທ່ານ ກໍຫວັງວ່າ ຂໍ້ຕົກລົງລະຫວ່າງສອງປະເທດອາດຈະບັນລຸໄດ້ພາຍໃນເວລາ 1 ເດືອນຈະມາເຖິງ.