ລັດເຊຍ ແລະຢູແກຼນ ຈະເຊື່ອມຕໍ່ການເຈລະຈາຢູ່ ເຊີແນວ
ນີ້ແມ່ນຄວາມມານະພະຍາຍາມຕໍ່ໄປໃນວິວັດທະນາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີຜ່ານມາ.
ລັດເຊຍ ແລະຢູແກຼນ ຈະດຳເນີນການເຈລະຈາຮອບໃໝ່ຢູ່ ເຊີແນວ, ປະເທດ ສະວິດ ໃນລະຫວ່າງວັນທີ 17 – 18 ກຸມພາ. ຕາມແຈ້ງການຂອງທັງ 2 ຝ່າຍໃນວັນທີ 13 ກຸມພາ, ນີ້ແມ່ນຄວາມມານະພະຍາຍາມຕໍ່ໄປໃນວິວັດທະນາການເຈລະຈາໂດຍອາເມລິກາ ເປັນກາງໄກ່ເກ່ຍແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີຜ່ານມາ.
ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ຮອບເຈລະຈາຄັ້ງຕໍ່ໄປຈະດຳເນີນໄປຕາມກົນໄກ 3 ຝ່າຍລັດເຊຍ - ອາເມລິກາ - ຢູແກຼນ. ຫຼັງຈາກນັ້ນ ຜູ້ຊ່ວຍວຽກຂອງ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ກໍ່ຢັ້ງຢືນວ່າ ຄະນະຜູ້ແທນ ກີແອັບ ພວມກະກຽມໃຫ້ແກ່ການເຈລະຈາໃນອາທິດຈະມາເຖິງ.
ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ຮອບເຈລະຈາຄັ້ງນີ້ຈະແມ່ນສິ່ງທົດລອງສຳຄັນສຳລັບຄວາມມານະພະຍາຍາມເປັນກາງໄກ່ເກ່ຍຕໍ່ໄປຂອງ ວໍຊິງຕັນ.
ແຫຼ່ງຄັດຈາກ: vovworld.vn