leftcenterrightdel
ພາບປະກອບ: REUTERS

ວັນທີ 11 ກຸມພາ, ລັດຖະສະພາເອີລົບ (EP) ໄດ້ຮັບຮອງເອົາບ້ວງເງິນທີ່ມີມູນຄ່າ 90 ຕື້ ເອີໂຣ (ເທົ່າກັບ 106,8 ຕື້ USD) ທີ່ສະຫງວນໃຫ້ແກ່ ຢູແກຼນ ຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນແຫຼ່ງການເງິນທີ່ຈຳເປັນໃຫ້ແກ່ອຳນາດການປົກຄອງ ຢູແກຼນ, ເຊິ່ວ ເງິນສົດພວມໝົດໃນສະພາບການປະທະກັນຂອງປະເທດນີ້ ກັບ ລັດເຊຍ ໄດ້ທີ່ແກ່ຍາວມາເປັນເວລາເກືອບ 4 ປີ.

ບ້ວງເງິນທີ່ຫັກຈາກງົບປະມານລວມຂອງສະຫະພາບເອີລົບ (ອີຢູ) ດັງກ່າວໄດ້ຮັບການສະໜັບສະໜູນຈາກບັນດາສະມາຊິກລັດຖະສະພາ, ດ້ວຍບັດເຫັນດີ 458 ບັດ, ບັດຄ້ານ 140 ບັດ. ຄາດວ່າ, ບ້ວງເງິນນີ້ຈະຊ່ວຍໃຫ້ ຢູແກຼນ ຊ່ວຍລາຍຈ່າຍຄວາມຕ້ອງການດ້ານການເງິນ 2/3 ຂອງປະເທດນີ້ໃນໄລຍະ 2026 ແລະ 2027. ຕາມນັ້ນແລ້ວ, ຢູແກຼນ ໄດ້ອະນຸຍາດນຳໃຊ້ຈຳນວນເງິນ 60 ຕື້ ເອີໂຣ ເພື່ອຊື້ອາວຸດທີ່ຈຳເປັນໃຫ້ແກ່ການປັບປຸງກຳລັງຄວາມສາມາດປ້ອງກັນຕົວ. ສ່ວນຈຳນວນເງິນທີ່ຍັງເຫຼືອຈະສະຫງວນເພື່ອໜູນຊ່ວຍງົບປະມານລວມ.

ແຫຼ່ງຄັດຈາກ: vovworld.vn