leftcenterrightdel
ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ພວມມານະພະຍາຍາມຊອກຫາຜູ້ຫາຍສາບສູນ. ພາບ: AFP

ປັດຈຸບັນ, ກຳລັງກູ້ໄພກູ້ຊີບໄດ້ຈັດສົ່ງເຮືອບິນບໍ່ມີຄົນຂັບເພື່ອໜູນຊ່ວຍການຊອກຫາ, ນຳໃຊ້ລົດຈົກເພື່ອພະຍາຍາມຊອກຫາຜູ້ທີ່ຍັງມີຊີວິດຢູ່ໃນແມ່ນ້ຳ ແລະບ່ອນເກີດເຫດ.

ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ, ອຳນາດການປົກຄອງທ້ອງຖິ່ນ ຈະຜັນຂະຫຍາຍເຕັກໂນໂລຢີດັດປັບອາກາດເຮັດໃຫ້ຫຼຸດຜ່ອນປະລິມານຝົນຕົກໃນໄລຍະເຄື່ອນຍ້າຍໄປຍັງບ່ອນເກີດເຫດ. ຕາມອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດ ອິນໂດເນເຊຍ (BNPB) ແລ້ວ, ມີເຮືອນ 71 ຫຼັງ ຖືກພັງທະລາຍທັງໝົດ ແລະ125 ຫຼັງຖືກເປເພຍ້ອນໄພນໍ້າຖ້ວມ ແລະຜົນຮ້າຍຈາກພູເຂົາໄຟ, ອັນໄດ້ເຮັດໃຫ້ອຳນາດການປົກຄອງທ້ອງຖິ່ນຈຳເປັນຕ້ອງຍົກຍ້າຍປະຊາຊົນກວ່າ 3.300 ຄົນຢູ່ເຂດຖືກຜົນກະທົບໄປຍັງບ່ອນປອດໄພ.

ແຫຼ່ງຄັດຈາກ vovworld.vn