ວັນທີ 11 ເມສາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລາມານູສາກົນ (IAEA) ໄດ້ປະກາດຕ້ອງຢຸດຕິທຸກເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເລັ່ງໃສ່ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia ທາງທິດໃຕ້ຢູແກຼນ ຍ້ອນວ່າບັນດາການກະທຳນີ້ ອາດຈະສ້າງໄລຍະ “ໃໝ່ ແລະອັນຕະລາຍທີ່ສຸດ” ໃນການປະທະກັນປັດຈຸບັນຢູ່ຢູແກຼນ.

leftcenterrightdel
ເຮືອນຖືກທຳລາຍໃນການບຸກໂຈມຕີດ້ວຍລູກສອນໄຟ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ທ່ານຜູ້ອຳນວຍການໃຫຍ່ IAEA ໄດ້ເນັ້ນໜັກເຖິງບັນດາເຫດບຸກໂຈມຕີເລັ່ງໃສ່ໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີລົບ ເຖິງວ່າບໍ່ເກີດບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພນິວເຄຼຍຢູ່ທີ່ນີ້, ແຕ່ການຜັນແປນີ້ບັງຄັບໃຫ້ IAEA ຕ້ອງຍົກອອກບັນດາການຕີລາຄາກ່ຽວກັບລະດັບຄວາມສ່ຽງທີ່ຊ້ອນແຝງນີ້. ທ່ານ Rafael Grossi ກໍ່ຮຽກຮ້ອງໃຫ້ສະພາຜູ້ວ່າການ ລວມມີ 35 ປະເທດສະມາຊິກເຫັນດີເປັນເອກະພາບສະໜັບສະໜູນບົດບາດຂອງອົງການນີ້ໃນການປະຕິບັດວຽກງານຕິດຕາມກວດກາບັນດາຫຼັກການເພື່ອແນໃສ່ສະກັດກັ້ນອຸບັດຕິເຫດຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ລວມທັງບັນດາໜ້າທີ່ບໍ່ປະໃຫ້ໂຮງງານຖືກບຸກໂຈມຕີ.

ແຫຼ່ງຄັດຈາກ: vovworld.vn