leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida. ພາບ: AFP

ວັນທີ 10 ເມສາ, ຕາມເວລາ ວໍຊິງຕັນ (ປະເທດ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ປະກາດແຜນການເພີ່ມທະວີການຮ່ວມມືດ້ານການທະຫານຮ່ວມ ແລະລະບົບປ້ອງກັນລູກສອນໄຟລຸ້ນໃໝ່, ເພື່ອແນໃສ່ປັບປຸງການເຊື່ອມຕໍ່ສຳພັນທະມິດສອງຝ່າຍແໜ້ນແຟ້ນນີ້.

ໃນການພົບປະເຈລະຈາແກ່ຍາວເປັນເວລາປະມານ 2 ຊົ່ວໂມງ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ, ຢູແກຼນ ແລະ ການປະທະກັນຢູ່ເຂດ ກາຊາ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບຂາວພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ Biden ໄດ້ໃຫ້ຂໍ້ສັງເກດວ່າ: ນີ້ແມ່ນບາດກ້າວຍົກລະດັບສຳຄັນທີ່ສຸດໃນສຳພັນທະມິດຂອງພວກຂ້າພະເຈົ້ານັບແຕ່ເວລາທີ່ໄດ້ຮັບການສ້າງຕັ້ງຂຶ້ນ”. ຕາມທ່ານ Biden ແລ້ວ, ກອງທັບສອງປະເທດຈະຮ່ວມມືກັນຕາມກົນໄກບັນຊາການຮ່ວມ ແລະສອງປະເທດຈະພ້ອມກັບ ອົດສະຕາລີ ພັດທະນາເຄືອຂ່າຍປ້ອງກັນຕົວດ້ວຍລູກສອນໄຟປ້ອງກັນອາກາດໃໝ່. ການນຳສອງທ່ານກໍ່ປະກາດວ່າ ບັນດານັກບິນຍີ່ປຸ່ນຈະເຂົ້າຮ່ວມພາລະກຳຂຶ້ນສູ່ດວງຈັນຂອງອົງການການບິນອາວະກາດອາເມລິກາ (NASA).

ສ່ວນທ່ານນາຍົກລັດຖະມົນຕີ Kishida ໃຫ້ຮູ້ວ່າ: ສອງຝ່າຍກໍ່ປຶກສາຫາລືກ່ຽວກັບການພົວພັນທີ່ເຄັ່ງຕຶງບົນເວທີສາກົນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. ຕາມແຜນການແລ້ວ, ທ່ານ Kishida ຈະກ່າວຄຳເຫັນຕໍ່ສະພາແຫ່ງຊາດອາເມລິກາ ໃນວັນທີ 11 ເມສາ. ການນຳ ຍີ່ປຸ່ນ ຈະພ້ອມກັບທ່ານ Biden ແລະທ່ານ Ferdinand Marcos Jr, ປະທານາທິບໍດີ ຟິລິບປິນ ເຂົ້າຮ່ວມກອງປະຊຸມສຸດຍອດ 3 ຝ່າຍ.

ແຫຼ່ງຄັດຈາກ: vovworld.vn