ເລື່ອງບຳລຸງຮັກສາລະບົບລູກສອນໄຟໄດ້ເພີ່ມທະວີຄວາມສາມາດຂອງ ຢູແກຼນ ໃນການປົກປ້ອງປະຊາຊົນ ແລະພື້ນຖານໂຄງລ່າງທີ່ຈຳເປັນ ແລະຊ່ວຍປະຕິບັດບັນດາເປົ້າໝາຍນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງແຫ່ງຊາດອາເມລິກາ ກ່ຽວກັບການຊ່ວຍປັບປຸງຄວາມໝັ້ນຄົງຂອງປະເທດຄູ່ຮ່ວມມື.

leftcenterrightdel
ລະບົບລູກສອນໄຟໜ້າດິນຕ້ານອາກາດໄລຍະກາງ Hawk. ພາບ:  Reuters

ກໍໃນວັນທີ 9 ເມສາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Lloyd Austin ໃຫ້ຮູ້ວ່າ ໝາກຜົນຂອງການປະທະກັນລະຫວ່າງຢູແກຼນ ແລະລັດເຊຍ ຈະມີບັນດາຜົນກະທົບທົ່ວໂລກຕໍ່ຄວາມໝັ້ນຄົງຂອງອາເມລິກາ. ໃນຂະນະນັ້ນ, ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ກ່າວເຕືອນວ່າ ຢູແກຼນ ຈະປະລາໄຊຖ້າຫາກວ່າບັນດານັກສ້າງກົດໝາຍ ອາເມລິກາ ບໍ່ຮັບຮອງເອົາງົບປະມານເພີ່ມເຕີມໃຫ້ແກ່ປະເທດນີ້.

ແຫຼ່ງຄັດຈາກ: vovworld.vn