leftcenterrightdel
ທ່ານປະທານປະເທດຈີນ ສີຈີ້ນຜິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov. ພາບ: Reuters

ນະທີ່ນີ້, ທ່ານປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ ຈີນ ແລະລັດເຊຍ ໄດ້ເລີ່ມເດີນຕາມເສັ້ນທາງໃໝ່ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປອງດອງ. ຈີນ ຍາມໃດກໍຖືການພັດທະນາການພົວພັນລະຫວ່າງ ຈີນ-ລັດເຊຍ ເປັນສຳຄັນ ແລະກຽມພ້ອມຍູ້ແຮງການຕິດຕໍ່ພົວພັນສອງຝ່າຍກັບ ລັດເຊຍ ກໍຄື ເພີ່ມທະວີການສົມທົບກັນປະຕິບັດຍຸດທະສາດຫຼາຍຝ່າຍໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ແລະອົງການຮ່ວມມືຊຽງໄຮ້.

ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ຖະແຫຼງວ່າ ລັດເຊຍ ແລະຈີນ ພ້ອມແລ້ວທີ່ຈະປະຕິບັດ “ບັນດາໜ້າທີ່ຍຸດທະສາດໃໝ່” ເຊິ່ງການນຳສອງປະເທດໄດ້ວາງອອກ. ລັດຖະບານລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືກັບບັນດາປະເທດ ຊີກໂລກໃຕ້ ແລະປະກອບສ່ວນເຂົ້າໃນການສ້າງຄວາມເປັນລະບຽບຮຽບຮ້ອຍສາກົນທີ່ມີຄວາມຍຸຕິທຳກວ່າ.

ແຫຼ່ງຄັດຈາກ: vovworld.vn