ວັນທີ 21 ກໍລະກົດ, ສະຖານທູດຫວຽດນາມ ປະຈຳ ອິດສະລາແອັນ ໄດ້ສົມທົບກັບ ສະມາຄົມມິດຕະພາບ ອິດສະລາແອັນ ຫວຽດວນາມ ແລະ ມະຫາວິທະຍາໄລເປີດ ອິດສະລາແອັນ ຈັດຕັ້ງການໂອ້ລົມສົນທະນາ ຫົວເລື່ອງ 70 ປີແຫ່ງການເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ຫວຽດນາມ (21/7/1954 - 21/7/2024), 70 ປີແຫ່ງວັນໄຊຊະນະດຽນບຽນຝູ (7/5/1954 - 7/5/2024) ແລະ 31 ປີແຫ່ງວັນ ຫວຽດນາມ ແລະອິດສະລາແອັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (12/7/1993 - 12/7/2024).

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ການໂອ້ລົມສົນທະນາໄດ້ດຳເນີນຕາມຮູບແບບທາງໄກ. ມີນັກສຶກສາກ່ວາ 500 ຄົນຂຶ້ນກັບຂະແໜງພົວພັນສາກົນ ແລະບັນດານັກຊ່ຽວຊານຄົ້ນຄ້ວາອື່ນໆໄດ້ຮັບຊົມບັນດາຮູບເງົາເອກະສານ ກ່ຽວກັບໄຊຊະນະດຽນບຽນຝຸ ຂອງຫວຽດນາມ. ພິເສດ ວັນທີ 21 ກໍລະກົດ 1954, ສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ຟື້ນຟູສັນຕິພາບຢູ່ ອິນໂດຈິນ, ລົບລ້າງແອບປົກຄອງຂອງຊາວຝລັ່ງ, ຢັ້ງຢືນພື້ນຖານເອກະລາດຂອງສາມປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມ.

ໃນໂອກາດນີ້, ທ່ານ ລີດດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ແນະນຳບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມຂອງ ຫວຽດນາມ ພາຍຫຼັງ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່. ປັດຈຸບັນ ຫວຽດນາມ ໄດ້ກາຍເປັນຈຸດນັດພົບທີ່ເປັນໜ້າດຶງດູດໃຈສຳລັບບັນດານັກລົງທຶນ ແລະແຂກທ່ອງທ່ຽວຕ່າງປະເທດ.

ແຫຼ່ງຄັດຈາກ: vovworld.vn