ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ກູງດຶກເຮິນ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ, ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ. ຫວຽດນາມ ເນັ້ນໜັກວ່າ ຄວາມມານະພະຍາຍາມຮັບປະກັນຄວາມໝັ້ນຄົງໃຫ້ບັນດາປະເທດປອດອາວຸດນິວເຄຼຍ, ໃນນັ້ນມີການສ້າງຕັ້ງເຂດປອດອາວຸດນິວເຄຼຍ; ຮຽກຮ້ອງບັນດາປະເທດມະຫາອຳນາດດ້ານນິວເຄຼຍ ເຂົ້າຮ່ວມອະນຸສັນຍາເຂດປອດອາວຸດນິວເຄຼຍອາຊີຕາເວັນອອກສ່ຽງໃຕ້ (SEANWFZ). ນະທີ່ນີ້, ຫວຽດນາມ ກໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງບັນດາສັນຍາສາກົນທີ່ກ່ຽວຂ້ອງເຖິງການບໍ່ແຜ່ຂະຫຍາຍ, ລົບລ້າງອາວຸດນິວເຄຼຍ; ຮຽກຮ້ອງບັນດາປະເທດເຂົ້າຮ່ວມ ແລະໃຫ້ສັດຕະຍາບັນສັນຍາຫ້າມທົດລອງນິວເຄຼຍຢ່າງສິ້ນເຊີງໃຫ້ມີຜົນສັກສິດໂດຍໄວ.

ແຫຼ່ງຄັດຈາກ: vovworld.vn