leftcenterrightdel
ນະຄອນ Khan Younis ຖືກບຸກໂຈມຕີ ໃນວັນທີ 22 ກໍລະກົດ. ພາບ: AP

ຕາມປະຊາຊົນທ້ອງຖິ່ນແລ້ວ, ບັ້ນບຸກໂຈມຕີຄັ້ງຫຼ້າສຸດນີ້ໄດ້ມ້າງທຳລາຍເຮືອນຢູ່ຂອງປະຊາຊົນເປັນຈຳນວນຫຼາຍຢູ່ເທດສະບານເມືອງທາງທິດຕາເວັນອອກນະຄອນ Khan Younis, ທາງພາກໃຕ້ເຂດກາຊາ. ສາມັນຊົນນັບພັນຄົນຕ້ອງປະລະເຮືອນຊານ, ອົບພະຍົບໄປຍັງທາງທິດຕາເວັນຕົກນະຄອນເພື່ອຫຼົບໄພ. ຕາມວົງການເຈົ້າໜ້າທີ່ດ້ານສາທາລະນະສຸກຂອງກາຊາ ແລ້ວ, ພາຍໃນ 24 ຊົ່ວໂມງຜ່ານມາ,  ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 55 ຄົນ. ນອກຈາກນັ້ນ, ກຳລັງອິດສະຣາແອັນ ກໍບຸກໂຈມຕີບາງເຂດຢູ່ທາງທິດເໜືອ ແລະພາກກາງເຂດກາຊາ, ເຮັດໃຫ້ຊາວ ປາແລັດສະຕິນ ຈຳນວນໜຶ່ງເສຍຊີວິດ ແລະບາດເຈັບ. ສ່ວນກອງທັບອິດສະຣາແອັນ ໃຫ້ຮູ້ວ່າ ການເຄື່ອນໄຫວຂອງເຂົາເຈົ້າ ແມ່ນເພື່ອແນໃສ່ບັນດາເຂດທີ່ໄດ້ຮັບຖືວ່າເປັນບ່ອນເຊິ່ງສະມາຊິກຂະບວນອິດສະຮາມ ຮາມາດນຳໃຊ້ເພື່ອຍິງ rocket ເລັ່ງໃສ່ອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn