leftcenterrightdel
ກອງທັບ Israel (IDF) ໄດ້ນຳໃຊ້ເຮືອບິນສູ້ຮົບບຸກໂຈມຕີທ່າກຳປັ່ນ Hodeidah. ພາບ: Arab networks

ວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ), ກອງທັບ Israel (IDF) ໄດ້ນຳໃຊ້ເຮືອບິນສູ້ຮົບບຸກໂຈມຕີທ່າກຳປັ່ນ Hodeidah ຢູ່ເຂດດິນແດນ Yemen ໂດຍກຳລັງ Houthi ຄວບຄຸມ, ເພື່ອໂຕ້ຕອບການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ນະຄອນ Tel Aviv, ກ່ອນໜ້ານັ້ນ 1 ວັນ, ເຮັດໃຫ້ 1 ຄົນຖືກເສຍຊີວິດ.

ໃນຂະນະນັ້ນ, ກຳລັງ Hezbollah ຢູ່ Lebanon, ເຊິ່ງແມ່ນພັນທະມິດຂອງ Houthi, ຕີລາຄາວ່າ, ບັນດາການບຸກໂຈມຕີຂອງ Israel ແນໃສ່ກຳປັ່ນ Hodeidah ໄດ້ສ້າງບາດລ້ຽວອັນຕະລາຍພາຍຫຼັງ 9 ເດືອນທີ່ການປະທະກັນເກີດຂຶ້ນຢູ່ເຂດ Gaza, ເຮັດໃຫ້ເພີ່ມຄວາມສ່ຽງກ່ຽວກັບການປະທັນໃນທົ່ວພາກພື້ນ.

ແຫຼ່ງຄັດຈາກ: vovworld.vn