ໃນລາຍການຖ່າຍທອດສົດໃນວັນທີ 19 ກໍລະກົດ ຂອງໂທລະພາບຊ່ອງ 1, ທ່ານ Vyacheslav Nikonov ນັກການເມືອງ - ອະດີດສະມາຊິກ Duma ແຫ່ງຊາດ (ສະພາຕໍ່າ) ລັດເຊຍ ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶຶ້ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ. ນັກການເມືອງ Nikonov ເອີ້ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນ “ເພື່ອນມິດໃຫຍ່ຂອງປະເທດລັດເຊຍ”, ເນັ້ນໜັກວ່າ: “ທ່ານແມ່ນເພື່ອນມິດສະໜິດສະໜົມຂອງປະເທດພວກເຮົາຢ່າງແທ້ຈິງ, ທັງແມ່ນຜູ້ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງການພັດທະນາການພົວພັນລະຫວ່າງສອງປະເທດ. ຂໍອາໄລຫາສະຫາຍ ຫງວຽນຝູຈ້ອງ ຢ່າງເລິກເຊິ່ງ”.

ໜັງສືພິມຄວາມຈິງຊາວໜຸ່ມກອມມູນິດ Komssomol ເນັ້ນໜັກວ່າ, ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງທີ່ສຸດໃນຂົງເຂດເສດຖະກິດ, ການເມືອງ, ສັງຄົມ, ຮັບປະກັນລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ໝັ້ນທ່ຽງ.

leftcenterrightdel
ພາບປະກອບ: vtv.vn

ຮ່ວມທັດສະນະນີ້, ສື່ມວນຊົນ ຍີ່ປຸ່ນ ຖືວ່າ: ບັນດາຜົນງານພົ້ນເດັ່ນທີ່ສຸດຂອງຫວຽດນາມ ໃນໄລຍະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳພານັ້ນແມ່ນເສດຖະກິດເຕີບໂຕສູງ, ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ ແລະນະໂຍບາຍ “ການທູດຮອບດ້ານ, ຫຼາຍທິດ ແລະດຸ່ນດ່ຽງ” ໃນສະພາບການແບ່ງແຍກຢູ່ໂລກ.

ສະຖານີໂທລະພາບ NHK, ໜັງສືພິມ Nikkei, ໜັງສືພິມ Yomiuri ໃຫ້ຂໍ້ສັງເກດວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຜັນຂະຫຍາຍ “ການທູດຮອບດ້ານ” ເພື່ອປັບປຸງ ແລະຮັກສາສາຍພົວພັນອັນດີງາມກັບ ອາເມລິກາ, ຈີນ, ຍີ່ປຸ່ນ, ລັດເຊຍ ແລະບັນດາປະເທດອື່ນໆ, ພ້ອມທັງນຳພາການທູດຫຼາຍທິດນັບທັງໃນຂະນະທີ່ປະຊາຄົມສາກົນນັບມື້ນັບແບ່ງແຍກ.

ທ່ານປະທານບໍລິຫານ Viet Think Tank ຮ່າຮວ່າງເຮີບ ໃຫ້ຂໍ້ສັງເກດວ່າ: “ຫວຽດນາມ ໄດ້ພັດທະນາຂອບຂະໜາດພາກພື້ນພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຢືນຢັນຫວຽດນາມ ແມ່ນປະເທດເປັນເຈົ້າການ” ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ໜັງສືພິມ Nikkei Asia, Yomiuri ແລະ Asaki ກໍ່ຢ້ຳຄືນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ດຳເນີນການປາບປາມສໍ້ລາດບັງຫຼວງຢ່າງເຖິງຖອງໃນພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ແລະໄດ້ຮັບການສະໜັບສະໜູນຈາກມະຫາຊົນ, ຜ່ານນັ້ນເພີ່ມທະວີບົດບາດໃຈກາງຂອງພັກ.

ໜັງສືພິມໃຫຍ່ຂອງອາເມລິກາ ຫຼາຍສະບັບກໍ່ໄດ້ລົງພິມບົດຄວາມກ່ຽວກັບພາລະກິດນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນໄລຍະ 13 ປີຜ່ານມາ.

ບົດຂຽນຂອງໜັງສືພິມ Washington Post ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ນຳພາຫວຽດນາມ ເຂົ້າສູ່ໄລຍະເປີດກ້ວາງເສດຖະກິດຢ່າງແຂງແຮງກວ່າ ແລະທ່ານໄດ້ຊີ້ນຳວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເດັດດຽວ, ເຂັ້ມງວດ, ຜ່ານນັ້ນ ປຸກລຸກປຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນຳພາຂອງພັກຕໍ່ພື້ນຖານເສດຖະກິດຫວຽດນາມ - ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ, ດ້ວຍບັນດາຂົງເຂດເລີ່ມທຸລະກິດພວມພັດທະນາ.

ໃນຂະນະນັ້ນ, ໜັງສືພິມ New York Times ໃຫ້ຂໍ້ສັງເກດວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ນຳທີ່ຊື່ສັດບໍລິສຸດ ແລະລຽບງ່າຍ. ພາຍໃຕ້ການນຳພາຂອງທ່ານ, ຫວຽດນາມ ໄດ້ຍົກສູງອິດທິພົນຊື່ສຽງໃນເວທີສາກົນ ແລະເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ພັດທະນາໄວທີ່ສຸດຂອງອາຊີ.

ໂດຍ: ທະນາພອນ