leftcenterrightdel
ງານວາງສະແດງການບິນສາກົນ Farnborough ໃນວັນທີ 22 ກໍລະກົດ 2024. ພາບ: European Security & Defence

ວັນທີ 23 ກໍລະກົດ, ລັດຖະມົນຕີກະຊວງປ້ອງການປະເທດ ອັງກິດ, ຍີ່ປຸ່ນ ແລະອີຕາລີ ໄດ້ພົບປະກັນຢູ່ນະຄອນຫຼວງ ລອນດອນ (ອັງກິດ) ເພື່ອປຶກສາຫາລືໂຄງການພັດທະນາເຮືອບິນສູ້ຮົບຮ່ວມ, ພາຍຫຼັງທີ່ມີຂ່າວວ່າ ລັດຖະບານໃໝ່ຂອງ ອັງກິດ ອາດຈະພິຈາລະນາຄືນໂຄງການສາມຝ່າຍນີ້.

ໃນການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງ ອັງກິດ, John Healey ແລະ ຄູ່ຕຳແໜ່ງ ອີຕາລີ, ທ່ານ Guido Grosetto, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ທ່ານ Minoru Kihara ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ແຜນການພັດທະນາເຮືອບິນສູ້ຮົບລຸ້ນຕໍ່ໄປ ແລະເລີ່ມຜັນຂະຫຍາຍແຜນການນີ້ໃນປີ 2035 ເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງທີ່ນັບມື້ນັບສັບສົນ.

ແຫຼ່ງຄັດຈາກ: vovworld.vn