leftcenterrightdel
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ພາບ: France Info

ຖະແຫຼງການດັ່ງກ່າວ ໂດຍທ່ານ Emmanuel Macron ຍົກອອກມາໃນການໃຫ້ສຳພາດນັກຂ່າວຊ່ອງໂທລະພາບ France 2 ໃນຕອນຄ່ຳວັນທີ 23 ກໍລະກົດ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ເຖິງວ່າສຳພັນທະມິດຝ່າຍຊ້າຍແນວໂຮມນິຍົມໃໝ່ (NFP) ຍາດໄດ້ໄຊຊະນະໃນການເລືອກຕັ້ງກໍຕາມ, ແຕ່ບໍ່ໄດ້ຮັບການສະໜັບສະໜູນຢ່າງຂາດຂັ້ນ ແລະຍັງຄົງມີຄວາມບໍ່ລົງລອຍກັນ ແລະແບ່ງແຍກພາຍໃນ. ສຳລັບສະພາບການສະພາແຫ່ງຊາດ ຝລັ່ງ ສ້າງຕັ້ງ 3 ສຳພັນທະມິດການເມືອງຈຳນວນສ່ວນໜ້ອຍດ້ວຍກຳລັງທີ່ບໍ່ມີຄວາມຫຼຸດລື່ນກັນຫຼາຍໃນປັດຈຸບັນ, ທ່ານ Macron ຕີລາຄາວ່າ ຈະບໍ່ມີນາຍົກລັດຖະມົນຕີຄົນໃໝ່ໃດ ຫຼື ສຳພັນທະມິດການເມືອງໃດ ສາມາດຊຸກຍູ້ໂຄງການການເມືອງຂອງຕົນໄດ້.

ແຫຼ່ງຄັດຈາກ: vovworld.vn