leftcenterrightdel
ຄອງເໝືອງຢູ່ ອິນເດຍ ໃນວັນທີ 24 ເມສາ 2023. ພາບ:AFP/ສໍານັກຂ່າວສານຫວຽດນາມ

ວັນທີ 30 ມີນາ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງການປະຕິບັດບັນດາຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ແກ້ໄຂວິກິດການຂີ້ເຫຍື້ອ, ສິ່ງເສດເຫຼືອ. ມີສານໃນ ວີດີໂອ ຕອນໜຶ່ງໃນວັນສາກົນປອດສິ່ງເສດເຫຼືອ (30 ມີນາ), ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ໜ່ວຍໂລກຂອງພວກເຮົາພວມມີຂີ້ເຫຍື້ອ, ສິ່ງເສດເຫຼືອຢ່າງຫຼວງຫຼາຍ.

ຜູ້ນຳ ສປຊ ໄດ້ວາດພາບຮູບພາບທີ່ໂຫດຮ້າຍກ່ຽວກັບສະພາບແວດລ້ອມຖືກຊຸດໂຊມຍ້ອນມະນຸດໄດ້ອຸປະໂພກຫຼາຍເກີນໄປ ແລະ ມີສິ່ງເສດເຫຼືອຢ່າງຫຼວງຫຼາຍ. ດ້ວຍສິ່ງເສດເຫຼືອແຂງກວ່າ 2 ຕື້ຊະນິດທີ່ເຂດຕົວເມືອງໄດ້ປ່ອຍໃນແຕ່ລະປີ, ຜົນຮ້າຍຢ້ອນຫຼັງສຳລັບດິນຟ້າອາກາດ, ລະບົບຊີວະນາໆພັນ ແລະສຸຂະພາບຂອງປະຊາຊົນໃນໜ່ວຍໂລກແມ່ນໜັກໜ່ວງທີ່ສຸດ.

ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກເຖິງຄວາມສຳຄັນຂອງການກະທຳຂອງລັດຖະບານໃນການຊຸກຍູ້ພື້ນຖານເສດຖະກິດໝູນວຽນ, ບຸລິມະສິດເຖິງການນຳໃຊ້, ການຜະລິດຄືນໃໝ່, ການຟື້ນຟູ ແລະສະກັດກັ້ນສິ່ງເສດເຫຼືອ. ທ່ານ Antonio Guterres ກໍ່ຮຽກຮ້ອງບັນດາພົນລະເມືອງໃນທົ່ວໂລກໃຫ້ຄຳໝັ້ນສັນຍາປະຕິບັດບັນດາການເຄື່ອນໄຫວແບບຍືນຍົງ ເພື່ອປົກປັກຮັກສາຈັກກະວານ.

ແຫຼ່ງຄັດຈາກ: vovworld.vn