leftcenterrightdel
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris. ພາບ:AFP/ສໍານັກຂ່າວສານຫວຽດນາມ

ວັນທີ 2 ທັນວາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃຫ້ຮູ້ວ່າ:  ປະເທດນີ້ໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ. ທ່ານນາງ Harris ໄດ້ຍົກອອກຄຳໝັ້ນສັນຍາດັ່ງກ່າວ ເມື່ອກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ພວມຈັດຂຶ້ນຢູ່ ດູບາຍ, ສະຫະລັດ ອາຣັບ ເອມີເລັດ. ທ່ານນາງ ເນັ້ນໜັກວ່າ: ອາເມລິກາ ຈະປະກອບບ້ວງເງິນດັ່ງກ່າວ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ ເພື່ອແນໃສ່ຊ່ວຍເຫຼືອບັນດາປະເທດພວມພັດທະນາອາດສາມາດສຳຜັດກັບແຫຼ່ງທຶນທີ່ເຂົາເຈົ້າຕ້ອງການເພື່ອລົງທຶນເຂົ້າຂົງເຂດພະລັງງານສະອາດ, ບັນດາມາດຕະການອີງໃສ່ທຳມະຊາດ ແລະຄວາມສາມາດຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ.

ກ່ອນໜ້ານັ້ນ, ວັນທີ 5 ຕຸລາ, ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ, ເພື່ອຊ່ວຍເຫຼືອດ້ານການເງິນໃຫ້ແກ່ບັນດາປະເທດມີຄວາມສ່ຽງໄພສູງກ່ວາເພິ່ນຕໍ່ໜ້າບັນດາຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ