ໃນການປ່ອນບັດເມື່ອວັນທີ 1 ທັນວາ, ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະສັນ ຮັບຮອງເອົາມະຕິລົບລ້າງບັນດາຂໍ້ກຳນົດຈຳກັດສຸດທ້າຍ ສຳລັບບັນດາການເຄື່ອນໄຫວມອບສົ່ງອາວຸດໃຫ້ແກ່ ລັດຖະບານ ໂຊມາລີ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ພາຍຫຼັງເວລາກ່ວາ 30 ປີທີ່ຄຳສັ່ງຂ້ວ້ຳບ້ານດ້ານອາວຸດ ຖືກຈັດວາງສຳລັບປະເທດ ອາຟຼິກກາຕາເວັນອອກນີ້.

leftcenterrightdel
ພາບປະກອບຈາກ: AFP/ສໍານັກຂ່າວສານຫວຽດນາມ.

ສະພາຄວາມໝັ້ນຄົງ ສປຊ ລວມມີກຳມະການ 15 ທ່ານ ໄດ້ຮັບຮູ້ຮ່າງມະຕິ 2 ສະບັບ ໂດຍ ອັງກິດຍົກອອກມາ ກ່ຽວກັບການລົບລ້າງຄຳສັ່ງຂວ້ຳບາດດ້ານອາວຸດຮອບດ້ານ ສຳລັບ ໂຊມາລີ ໄດ້ຈັດງານຄືນໃໝ່ຄຳສັ່ງຂວ້ຳບາດດ້ານອາວຸດສຳລັບກຸ່ມທະຫານກະບົດ Al-Shabaab ທີ່ມີການພົວພັນກັບອົງການກໍ່ການຮ້າຍ Al-Qaeda.

ທ່ານ Abukar Dahir Osman ເອກອັກຄະລັດຖະທູດ ໂຊມີລີ ປະຈຳ ສປຊ ໄດ້ແບ່ງປັນວ່າ ຄຳຕັດສິນຂອງ ສປຊ ໄດ້ສ້າງເງື່ອນໄຂໃຫ້ ໂຊມາລີ ຮັບມືກັບບັນດາໄພນາຍຂູ່ດ້ານຄວາມໝັ້ນຄົງ. ມະຕິຍັງອະນຸຍາດໃຫ້ ໂຊມາລີ ຍົກສູງຄວາມສາມາດຂອງບັນດາກຳລັງປ້ອງກັນຄວາມສະຫງົບ ໂຊມາລີ.

ແຫຼ່ງຄັດຈາກ vovworld.vn