leftcenterrightdel
ເຈົ້າໜ້າທີ່ໄດ້ສົ່ງຜູ້ປະສົບເຄາະຮ້າຍໄປໂຮງໝໍ. ພາບ:AFP/ສໍານັກຂ່າວສານຫວຽດນາມ

ວັນທີ 27 ກັນຍາ, ທ່ານ Najm al – Jubouri, ຜູ້ວ່າການແຂວງ Nineveh ຂອງປະເທດອີຣັກ, ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ທີ່ເກີດຂຶ້ນກ່ອນນັ້ນໜຶ່ງວັນຢູ່ສູນຈັດງານດອງພັດຕະຄານໃນເທດສະບານ al – Hamdaniya ເພີ່ມຂຶ້ນເຖິງ 114 ຄົນ ແລະກ່ວາ 200 ຄົນຖືກບາດເຈັບ. ບົດລາຍງານເບື້ອງຕົ້ນສະແດງໃຫ້ເຫັນວ່າບັ້ງໄຟດອກທີ່ໄດ້ນຳໃຊ້ໃນງານດອງອາດຈະແມ່ນສາຍເຫດທີ່ກໍ່ໃຫ້ເກີດໄຟໄໝ້ເຮັດໃຫ້ບັນດາແຂກທີ່ເຂົ້າຮ່ວມງານດອງມີຄວາມຕຶ້ນຕົກໃຈ, ກໍ່ໃຫ້ເກີດສະພາບຢຽບກັນຢູ່ປະຕູທາງອອກ.

ຕາມເຈົ້າໜ້າທີ່ ອີຣັກ ແລ້ວ, ບັນດາຜູ້ຖືກບາດເຈັບສ່ວນຫຼາຍແມ່ນຍ້ອນໄຟໄໝ້, ຂາດອາກາດຫາຍໃຈ ຫຼື ຢຽບກັນເພື່ອແລ່ນອອກຈາກຫ້ອງຮັບແຂກຂອງສູນຈັດງານດອງ - ສະຖານທີ່ແຫ່ງນີ້ຖືກໄຟໄໝ້ໝົດ ແລະ ເພດານສ່ວນໜຶ່ງພັງລົງ. ກະຊວງພາຍໃນ ອີຣັກ ໄດ້ຈັບຕົວ 13 ຄົນເປັນເຈົ້າຂອງ ແລະ ພາລະກອນຂອງສູນຈັດງານດອງດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn