ທີ່ເວທີປາໄສ, ທ່ານ ຫງວຽນແທັງເລິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າແຕ່ປີ 2017 ມາຮອດປັດຈຸບັນ, ກ່ຽວຂ້ອງເຖິງບັນຫາຂ່າວທີ່ບໍ່ມີມູນຄວາມຈິງ ແລະຂ່າວປອມ, ອາຊຽນ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ກ່ຽວກັບການຮັບມືກັບຜົນຮ້າຍຂອງຂ່າວປອມ, ລວມທັງໂຄງການ ແລະກອງປະຊຸມສໍາມະນາຕ່າງໆ ເພື່ອແບ່ງປັນນະໂຍບາຍຄຸ້ມຄອງ, ບັ້ນຂົນຂວາຍຕ່າງໆ ແນໃສ່ຍົກສູງຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີດີຈີຕອນໃຫ້ແກ່ປະຊາຊົນ ກໍຄືຊຸກຍູ້ການແບ່ງປັນບົດຮຽນລະຫວ່າງອົງການຄຸ້ມຄອງຂໍ້ມູນຂ່າວສານເອເລັກໂຕນິກ.

leftcenterrightdel
ທ່ານ ຫງວຽນແທັງເລິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກິມເງິນ.

ເຖິງຢ່າງໃດກໍຕາມ, ຕາມທ່ານຮອງລັດຖະມົນຕີ ຫງວຽນແທັງເລິມ ແລ້ວ, ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການແກ້ໄຂຂ່າວປອມ, ຂ່າວບໍ່ມີມູນຄວາມຈິງໃນໄລຍະນີ້ຫາກໍ່ຢຸດຢູ່ທີ່ການແບ່ງປັນນະໂຍບາຍ ແລະບົດຮຽນລະຫວ່າງອົງການຄຸ້ມຄອງລັດ ແຕ່ຍັງບໍ່ທັນໄດ້ເປີດກວ້າງໃຫ້ແກ່ອົງການສື່ມວນຊົນ, ວິທະຍຸ-ກົມກອງເຂົ້າຮ່ວມດ້ວຍບົດບາດເພີ່ມທະວີການສື່ສານທາງການ, ຄົ້ນພົບ, ປະກາດ ແລະດັດແກ້ຂ່າວປອມ... ຫຼື ບັນດາອົງການຄົ້ນຄວ້າ, ກົມກອງສື່ສານເຂົ້າຮ່ວມດ້ວຍບົດບາດຄືດັ່ງອົງການຄົ້ນຄວ້າ ແລະກວດກາ ແລະຢັ້ງຢືນເອກະລາດ, ບັນດາບໍລິສັດສະໜອງບໍລິການສື່ສັງຄົມອອນລາຍ ເພື່ອຮັບມືກັບຂ່າວທີ່ບໍ່ມີມູນຄວາມຈິງໃນພາກພື້ນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ກິມເງິນ.

ທ່ານນາງ Tunku Latifah Binti Tunku Ahmad ຜູ້ຕາງໜ້າກະຊວງ ຖະແຫຼງຂ່າວ-ສື່ສານ ມາເລເຊຍ ຖືວ່າ ຂ່າວປອມໄດ້ສົ່ງຜົນສະທ້ອນເຖິງລັກສະນະສາມັກຄີແຫ່ງຊາດ. ຂ່າວປອມທີ່ກ່ຽວຂ້ອງເຖິງພະຍາດໂຄວິດ-19 ໄດ້ເຮັດໃຫ້ປະຊາຊົນເກີດຄວາມກະວົນກະວາຍ, ເຮັດໃຫ້ຄວາມມານະພະຍາຍາມຕ້ານພະຍາດໂຄວິດ-19 ຂອງລັດຖະບານອ່ອນເພຍລົງ. ຈາກນັ້ນ, ລັດຖະບານ ກໍໄດ້ມີຂໍ້ລິເລີ່ມຮັບມືກັບຂ່າວທີ່ຜິດພາດ, ຂ່າວບໍ່ມີມູນຄວາມຈິງນັ້ນແມ່ນສ້າງປະຕູຖານຂໍ້ມູນເອເລັກໂຕນິກ-ສູນປະຕູດຽວທົ່ວປະເທດ ເພື່ອໃຫ້ປະຊາຊົນໄດ້ກວດກາ, ຢັ້ງຢືນຂ່າວໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ການເຄື່ອນໄຫວນີ້ກໍສະກັດກັ້ນການແຜ່ລາມຢ່າງວ່ອງໄວຂອງຂ່າວປອມ-ຂ່າວບໍ່ມີມູນຄວາມຈິງ.

ສ່ວນຕາມທ່ານ Izzad Zalman ພະນັກງານຂັ້ນສູງຮັບຜິດຊອບວັດທະນະທໍາ ແລະຂໍ້ມູນຂ່າວສານ (ກອງເລຂາອາຊຽນ), ບັນຫາສໍາຄັນທີ່ສຸດເພື່ອຮັບມືກັບຂ່າວປອມ-ຂ່າວບໍ່ມີມູນຄວາມຈິງ ແມ່ນຕ້ອງມີແບບແນະນໍາ ເພື່ອຄຸ້ມຄອງຂໍ້ມູນຂ່າວ. ຈາກນັ້ນ, ມີບາດກ້າວເດີນ, ມອບສິດໃຫ້ມີຄວາມຍຸຕິທໍາ ເພື່ອຮັບປະກັນສິດເສລີໃນການປາກເວົ້າ, ທັງຮັບປະກັນລັກສະນະຖືກຕ້ອງ, ໂປ່ງໃສຂອງຂໍ້ມູນຂ່າວ. ເພື່ອເຮັດໄດ້ສິ່ງນັ້ນ, ຕ້ອງລະດົມການເຂົ້າຮ່ວມຂອງທຸກປະເທດສະມາຊິກ, ມີຄໍານິຍາມລວມ ແລະແບບແນະນໍາ. ບໍ່ພຽງແຕ່ເທົ່ານັ້ນ, ປະຊາຊົນກໍຕ້ອງໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບການຄົ້ນພົບຂ່າວປອມຜ່ານຫຼາຍວິທີການ, ຜ່ານນັ້ນເຮັດໃຫ້ຂ່າວປອມ, ຂ່າວບໍ່ມີມູນຄວາມຈິງຫຼຸດລົງ ແລະມີຄວາມຮັບຜິດຊອບສູງກວ່າເມື່ອລົງຂ່າວໃນສື່ສັງຄົມອອນລາຍ...

ໂດຍ: ໄຊຊະນະ