ຜູ້ຂຽນແມ່ນທ່ານ ສາດສະດາຈານ Gary Lit Ying Loong ອາຈານສອນມະຫາວິທະຍາໄລຢູ່ອາຊີ ແລະເອີລົບ, ເຄີຍສອນຢູ່ມະຫາວິທະຍາໄລເຕັກໂນໂລຊີ Nan-yang (NTU) ສິງກະໂປ.

ບົດຂຽນໄດ້ຕີລາຄາສູງການເຕີບໂຕຢ່າງແຮງຂອງພື້ນຖານເສດຖະກິດຫວຽດນາມ ຍ້ອນນະໂຍບາຍປ່ຽນແປງໃໝ່ທີ່ຖືກຕ້ອງ ແລະເໝາະສົມກັບຍຸກສະໄໝ. ທ່ານ Gary Lit Ying Loong ໃຫ້ຮູ້ວ່າ ສົງຄາມໄດ້ທຳລາຍພື້ນຖານໂຄງລ່າງທີ່ສຳຄັນຂອງຫວຽດນາມ ເກືອບທັງໝົດເຊັ່ນ: ຖະໜົນຫົນທາງ, ຂົວ, ທ່າກຳປັ່ນ ແລະທາງລົດໄຟ. ຫວຽດນາມ ຫາກໍ່ພະຍາຍາມເລີ່ມກໍ່ສ້າງປະເທດຄືນໃໝ່ໃນຊຸມປີ 1980. ນະໂຍບາຍປ່ຽນແປງໃໝ່ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ໃນທ້າຍຊຸມປີ 1980. ກໍາລັງໜູນຂອງພື້ນຖານເສດຖະກິດກໍານົດທິດຕະຫຼາດໄດ້ຮັບການຊຸກຍູ້ດ້ວຍການຫັນເປັນເສລີ ແລະຫັນເປັນເອກະຊົນຢ່າງແຂງແຮງກວ່າອີກໃນຊຸມປີ 1990.

leftcenterrightdel
ກຳປັ່ນບັນທຸກຕູ້ຄອນເທັນເນີເຂົ້າຈອດຢູ່ທ່າກຳປັ່ນສາກົນ Gemalink, ບ່າເຣ້ຍ-ຫວູ້ງເຕົ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມບົດຂຽນແລ້ວ, ພາຍຫຼັງການປະຕິຮູບຕະຫຼາດດັ່ງກ່າວ, ການລົງທຶນຈາກຕ່າງປະເທດນັບຕື້ໂດລາສະຫະລັດໄດ້ຫຼັ່ງໄຫຼເຂົ້າມາຫວຽດນາມ, ໃນນັ້ນມີໂຄງການ Gamuda Land, Petronas, ກຸ່ມບໍລິສັດ Sunway ຂອງມາເລເຊຍ ແລະເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP), ພ້ອມທັງນໍາເອົາວິສາຫະກິດຂະໜາດໃຫຍ່ໃນໂລກ ເຊັ່ນ Samsung, Nike, Adidas ມາລົງທຶນຢູ່ຫວຽດນາມ ຄິດມູນຄ່ານັບເປັນຕື້ໂດລາສະຫະລັດ... ໃນຂະນະນັ້ນ, ແຫຼ່ງກຳລັງແຮງງານໜຸ່ມທີ່ອຸດົມສົມບູນຍັງໄດ້ຊ່ວຍຊຸກຍູ້ຂະແໜງການຜະລິດຂອງຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ຜູ້ຂຽນພິນິດໄສວ່າ ປະຈຸບັນ, ຫວຽດນາມ ພວມແມ່ນດາວທີ່ກຳລັງສ່ອງແສງສະຫວ່າງຢູ່ໃນໂລກດ້ວຍລະດັບເຕີບໂຕ GDP ຄົງທີ່ ປະມານ 6% ແລະສາມາດຮັກສາມາໄດ້ຫຼາຍປີ. ໃນສິບປີທີ່ຜ່ານມາ, ພື້ນຖານເສດຖະກິດຫວຽດນາມ ໄດ້ສ້າງວຽກເຮັດງານທຳຫຼາຍກວ່າອີກ, ຜ່ານນັ້ນໄດ້ປັບປຸງຄ່າຄອງຊີບຂອງປະຊາຊົນໃຫ້ດີຂຶ້ນ. ຍີ່ຫໍ້ທີ່ມີຊື່ສຽງຂອງເອີລົບ ເຊັ່ນ Louis Vuitton, Gucci ແລະ Chanel ລ້ວນແຕ່ມີໜ້າຢູ່ໃນຕົວເມືອງໃຫຍ່ຂອງຫວຽດນາມ.

ໂດຍ: ຈາງຫງວຽນ