leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານຮອງປະທານປະເທດ ຈີນ Han Zheng. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 18 ກັນຍາ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານຮອງປະທານປະເທດ ຈີນ Han Zheng ໄດ້ມີການພົບປະຢູ່ນອກກອງປະຊຸມຊຸດທີ 78 ຂອງ ສະມັດຊາ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນນັ້ນ, ສອງຝ່າຍໄດ້ສະແດງຄວາມຫວັງກ່ຽວກັບຄວາມສະຖຽນລະພາບກວ່າອີກໃນການພົວພັນສອງຝ່າຍ. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການທູດໂດຍກົງ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ. ທ່ານເນັ້ນໜັກວ່າ ການພົບປະຄັ້ງນີ້ແມ່ນໂອກາດ ເພື່ອສ້າງການພົວພັນໂດຍອີງຕາມບັນດາຄຳໝັ້ນສັນຍາລະດັບສູງຫວ່າງມໍ່ໆມານີ້ເຊິ່ງສອງປະເທດຍົກອອກມາ. ຕາມເຈົ້າໜ້າທີ່ການທູດອາເມລິກາ ແລ້ວ, ການພົບປະເຈລະຈານີ້ແມ່ນເພື່ອແນໃສ່ຮັກສາການຕິດຕໍ່ພົວພັນຢ່າງເປີດເຜີຍ ແລະ ພິສູດໃຫ້ເຫັນການຄຸ້ມຄອງທີ່ມີຄວາມຮັບຜິດຊອບໃນການພົວພັນສອງປະເທດ.

ສ່ວນທ່ານຮອງປະທານປະເທດ ຈີນ Han Zheng ຖືວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ. ຕາມທ່ານແລ້ວ, ການພົວພັນທີ່ມີສະຖຽນລະພາບ ແລະ ດີງາມລະຫວ່າງ ຈີນ ແລະ ອາເມລິກາ ຈະບໍ່ພຽງແຕ່ນຳຜົນປະໂຫຍດມາໃຫ້ທັງສອງປະເທດເທົ່ານັ້ນຫາກຍັງໃນທົ່ວໂລກ ອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn