ທີ່ກອງປະຊຸມສໍາມະນາ, ຄະນະກໍາມະການຊີ້ນຳແຫ່ງຊາດ ໄດ້ກວດກາຄືນຄວາມຄືບໜ້າໃນການປະຕິບັດໜ້າທີ່ຂອງ 14 ອະນຸກຳມະການ, ຄື: ເນື້ອໃນ; ການອອກແບບກາໝາຍປະທານ; ສ້າງວິດີໂອສັ້ນ ເພື່ອຂໍ່ານັບຕ້ອນຮັບປີເປັນປະທານອາຊຽນ; ກະກຽມບ່ອນພັກເຊົາ ແລະພາຫະນະຮັບໃຊ້ປະມຸກລັດ, ການນຳລັດຖະບານ ແລະບັນດາຜູ້ແທນ ກໍ່ຄືນັກຂ່າວສື່ມວນຊົນ; ສະຖານທີ່ຈັດຕັ້ງກອງປະຊຸມ; ອຸປະກອນຮັບໃຊ້; ພະນັກງານຕ້ອນຮັບ;...

ສິ້ນສຸດກອງປະຊຸມສໍາມະນາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານກະກຽມ ແລະບໍລິຫານປີປະທານອາຊຽນ 2024 ຢູ່ ລາວ ໄດ້ສະເໜີໃຫ້ບັນດາອະນຸກຳມະການຕ້ອງສືບຕໍ່ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະມີຄວາມຮັບຜິດຊອບຕໍ່ບັນດາໜ້າທີ່ຂອງຕົນ, ໂດຍສະເພາະແມ່ນໜ້າທີ່ຮີບດ່ວນທີ່ຕ້ອງປະຕິບັດສໍາເລັດ ເພື່ອຕອບສະໜອງການມອບ-ຮັບ ປີປະທານອາຊຽນ ຈາກອິນໂດເນເຊຍ ທີ່ກອງປະຊຸມສຸດຍອດຄັ້ງທີ 43 ທີ່ຈະດຳເນີນໃນເດືອນກັນຍາ 2023; ພ້ອມກັນນັ້ນ, ສົ່ງເສີມບັນດາຄະນະ ແລະຂະແໜງການທີ່ກ່ຽວຂ້ອງສືບຕໍ່ກະກຽມເນື້ອໃນ, ຄ່າໃຊ້ຈ່າຍ ແລະດ້ານອື່ນໆ  ເພື່ອພ້ອມແລ້ວທີ່ຈະຮັບປະກັນຜົນສໍາເລັດຂອງກອງປະຊຸມ ແລະສືບຕໍ່ກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມສຸດຍອດອາຊຽນ ແລະບັນດາກອງປະຊຸມສໍາຄັນທີ່ຈະໄດ້ຈັດຕັ້ງຢູ່ປະເທດລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ທະນາພອນ