ຍ້ອນອາກາດບໍ່ອຳນວຍຄວາມສະດວກ, ສະນັ້ນ, ສ.ເກົາຫຼີ ໄດ້ຮັດແຄບຂອບຂະໜາດການຊ້ອມຮົບ. ມີພຽງແຕ່ກໍາປັ່ນສູ້ຮົບຂອງ ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລະອົດສະຕາລີ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ ຢູ່ເຂດທະເລທາງທິດໃຕ້ເກາະ Jeju ແລະດຳເນີນການຊ້ອມຮົບສະກັດກັ້ນການລຳລຽງຜ່ານການເດີນທະເລ ຕາມຮູບແບບຈຳລອງໃນຄອມພິວເຕີ. ໃນການຊ້ອມຮົບຄັ້ງນີ້ ລວມທັງການໃຫ້ຂໍ້ມູນກ່ຽວກັບກໍາປັ່ນລຳໜຶ່ງທີ່ຖືກສົງໄສວ່າ ບັນຈຸອາວຸດລ້າງຜານ (WMD) ແລະຊອກຫາປະຫວັດການເຄື່ອນໄຫວຂອງກໍາປັ່ນລຳດັ່ງກ່າວ. ສ.ເກົາຫຼີ ໄດ້ຢັ້ງຢືນວ່າ ການຊ້ອມຮົບ ຂໍ້ລິເລີ່ມປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (PSI) ບໍ່ໄດ້ແນໃສ່ປະເທດ ໃດໜຶ່ງລະອຽດ.

PSI ໄດ້ເລີ່ມປະຕິບັດແຕ່ປີ 2003, ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ George W.Bush, ເພື່ອແນໃສ່ສະກັດກັ້ນການເຄື່ອນໄຫວຊື້ຂາຍອາວຸດລ້າງຜານ (WMD), ບັນດາລະບົບຂົນສົ່ງອາວຸດລ້າງຜານ ແລະວັດຖຸອຸປະກອນອື່ນໆທີ່ກ່ຽວຂ້ອງ. PSI ຈະຈັດກອງປະຊຸມການເມືອງຂັ້ນສູງ 5 ປີ ເທື່ອ 1  ເພື່ອຕີລາຄາ ແລະຍົກອອກຂໍ້ກຳນົດໃຫ້ແກ່ຂໍ້ລິເລີ່ມດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn