ລາວ ຈັດຕັ້ງວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5
ກປ.ອອນໄລ - ວັນທ່ອງທ່ຽວພູເຂົາສາກົນຄັ້ງທີ 5 ໂດຍລາວ ຈັດຕັ້ງແຕ່ວັນທີ 28 ພຶດສະພາ ຫາວັນທີ 1 ມິຖຸນາ ຢູ່ແຂວງວຽງຈັນ ແລະຫຼວງພະບາງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຫົວໜ່ວຍດໍາເນີນທຸລະກິດໃນຂົງເຂດການທ່ອງທ່ຽວລາວ, ຈີນ ແລະຫຼາຍປະເທດອື່ນໆ 500 ກວ່າຄົນ.
    |
 |
ນັກທ່ອງທ່ຽວຢ້ຽມຢາມທົ່ງໄຫຫີນ, ໜຶ່ງໃນບັນດາມໍລະດົກໂລກຂອງລາວ. ພາບ: ຈິ້ງຢຸງ |
ສະຫາຍ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໃຫ້ຮູ້ວ່າ: ເຫດການດັ່ງກ່າວຈັດຂຶ້ນເພື່ອສ້າງເງື່ອນໄຂໃຫ້ຜູ້ຕາງໜ້າບັນດາຫົວໜ່ວຍເຄື່ອນໄຫວໃນຂົງເຂດທ່ອງທ່ຽວຊອກຮູ້ໂອກາດດໍາເນີນທຸລະກິດ ກໍ່ຄືຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ລາວ.
ເຫດການໄດ້ຈັດຕັ້ງໃນຄັ້ງນີ້ລວມມີງານວາງສະແດງກິດຈະກຳການທ່ອງທ່ຽວພູເຂົາ, ເຄື່ອງຫັດຖະກຳ ແລະຜະລິດຕະພັນທ່ອງທ່ຽວອື່ນໆຂອງລາວ. ນີ້ໄດ້ຮັບຖືວ່າແມ່ນໂອກາດເພື່ອຟື້ນຟູຂະແໜງການທ່ອງທ່ຽວຂອງລາວ ທີ່ເຄີຍຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19.
ຕາມສະຫາຍ ນາງ ດາລານີ ພົມມະວົງສາ ແລ້ວ, ເມື່ອຜູ້ຕາງໜ້າບັນດາຫົວໜ່ວຍມາລາວ ເຂົ້າຮ່ວມເຫດການດັ່ງກ່າວ ຈະໄດ້ສຳຜັດກັບຕົວຈິງ ແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທັດສະນີຍະພາບຂອງປະເທດລາວ, ໂດຍສະເພາະຢູ່ພາກເໜືອຂອງປະເທດ.
ໂດຍ: ທະນາພອນ