leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ການຊ້ອມຮົບໄດ້ດຳເນີນຢູ່ໂຮງຮຽນຝືກແອບການຍິງ Seungjin ຢູ່ Pocheon, ຫ່າງຈາກນະຄອນຫຼວງເຊີອູນ 52 ກີໂລແມັດ ໄປທາງທິດຕາເວັນອອກສ່ຽງເໜືອ, ດ້ວຍການເຂົ້າຮ່ວມຂອງນັກຮົບປະມານ 2.500 ຄົນ ທີ່ມາຈາກ 72 ກົມກອງກອງທັບຂອງ ສ.ເກົາຫຼີ ແລະ ອາເມລິກາ ພ້ອມກັບອາວຸດຍຸດທະພັນປະມານ 600 ຢ່າງ. ການຊ້ອມຮົບຮ່ວມແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມຮັບມືກັບບັນດາໄພນາບຂູ່ດ້ານນິວເຄຼຍ, ລູກສອນໄຟ ແລະຄວາມສ່ຽງເກີດການບຸກໂຈມຕີ, ກໍ່ຄືເພີ່ມທະວີຄວາມສາມາດໃນການບຸກໂຈມຕີ. ຄາດວ່າ, ສອງປະເທດຈະດຳເນີນການຊ້ອມຮົບຮ່ວມຕື່ມອີກ 4 ຄັ້ງ ໃນເດືອນກໍລະກົດ. ສປປ.ເກົາຫຼີ ໄດ້ກ່າວເຕືອນການຊ້ອມຮົບຮ່ວມລະຫວ່າງອາເມລິກາ ແລະ ສ.ເກົາຫຼີ ເປັນຫຼາຍຄັ້ງ ຍ້ອນກໍ່ຜົນກະທົບຕໍ່ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ, ກໍ່ຄືພາກພື້ນ ແລະ ຍູ້ແຫຼມເກົາຫຼີ ໃຫ້ຕົກເຂົ້າສູ່ໄລຍະເປັນອັນຕະລາຍກ່ວາເກົ່າ.

ແຫຼ່ງຄັດຈາກ: vovworld.vn