ການຢ້ຽມຢາມໄດ້ຮັບຄວາມຄາດຫວັງວ່າ ຈະປັບປຸງການພົວພັນຍາວນານອັນດີງາມລະຫວ່າງ ມາເລເຊຍ ແລະ ສະຫະລັດ ອາຣັບ ເອມີເລດ (UAE),  ຊື່ງຫາກໍ່ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນວັນທີ 27 ກັນຍາ ປີ 2022.

leftcenterrightdel
ມົງກຸດລາຊະກຸມມານ Abu Dhabi, Sheikh Khaled bin Mohamed bin Zayed Al Nahyan (ພາບ: WAM)

ຕາມແຜນການ, ມົງກຸດລາຊະກຸມມານ ຈະເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີມາເລເຊຍ Anwar Ibrahim ແລະ ແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງການພົວພັນສອງຝ່າຍ, ພາກພື້ນ ແລະສາກົນ. ຕໍ່ຈາກນັ້ນ, ທ່ານຈະເຂົ້າຢ້ຽມຂ່ຳນັບ ກະສັດ Abdullah Ri'ayatuddin Al-Mustafa Billah Shah ຢູ່ພະລາຊະວັງທີ່ນະຄອນຫຼວງ ກົວລາລຳເປີ.

ແຫຼ່ງຄັດຈາກ: vovworld.vn