leftcenterrightdel
ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO. ພາບ: Reuters

ວັນທີ 27 ມີນາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຂອງ ແຟງລັງ, ຢຸດຕິການໂຈະໄວ້ມາເປັນຫຼາຍເດືອນ ແລະນຳປະເທດ ເອີລົບເໜືອ ນີ້ທີ່ບາດກ້າວທີ່ຫຍັບເຂົ້າໃກ້ກັນການກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້.

ດ້ວຍບັດເຫັນດີ 182 ບັດ ແລະ ບັດຂາວ 6 ບັດ, ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO. ການປ່ອນບັດດຳເນີນໄປພາຍຫຼັງທີ່ລັດຖະບານ ຮຸງກາຣີ ໂຈະໄວ້ມາເປັນເວລາຫຼາຍເດືອນ.

ແຟງລັງ ແລະ ຊຸແອັດ ໄດ້ປະລະນະໂຍບາຍບໍ່ຮ່ວມກຸ່ມດ້ານການທະຫານທີ່ແກ່ຍາວຫຼາຍທົດສະວັດ ແລະໄດ້ສົ່ງໃບຂໍເຂົ້າເປັນສະມາຊິກ NATO ໃນເດືອນ ພຶດສະພາ 2022 ຕໍ່ໜ້າໄພນາບຂູ່ຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ອາທິດກ່ອນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ສະພາແຫ່ງຊາດ ຕວັກກີ ກໍ່ຈະເລີ່ມຜັນຂະຫຍາຍການໃຫ້ສັດຕະຍາບັນເລື່ອງເຂົ້າເປັນສະມາຊິກ NATO ຂອງ ແຟງລັງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ