ເດືອນກຸມພາ, ໃນການຢ້ຽມຢາມບັນດາປະເທດອາຣັບ ເປັນຄັ້ງທຳອິດ ນັບແຕ່ສົງຄາມການເມືອງຢູ່ ຊີຣີ ເລີ່ມເກີດຂຶ້ນເມື່ອປີ 2011, ການນຳ ຊີຣີ ໄດ້ເດີນທາງໄປຍັງໂອມານ.

leftcenterrightdel
ທ່ານປະທານາທິບໍດີ ຊີຣີ Bashar al-Assad (ເບື້ອງຊ້າຍ) ແລະທ່ານປະທານາທິບໍດີ UAE Mohammad bin Zayed Al-Nahyan ທີ່ການພົບປະຢູ່ Abu Dhabi ໃນວັນທີ 19 ມີນາ 2023 ພາບ: ສໍານັກຂ່າວສານຫວຽດນາມ

UAE ແມ່ນປະເທດນຳໜ້າໃນຄວາມມານະພະຍາຍາມຟື້ນຟູປະເທດ ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ພາກຕາເວັນອອກສ່ຽງໃຕ້ ຕວກກີ ແລະພາກຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ປະຊາຊົນນັບໝື່ນຄົນເສຍຊີວິດ. ບັນດານັກໄຈ້ແຍກຖືວ່າ ກຳລັງໜູນການຕ່າງປະເທດໄດ້ຮັບການສ້າງຕັ້ງຂຶ້ນ ພາຍຫຼັງບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການໜູນຊ່ວຍຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວອາດຈະຊຸກຍູ້ການປັບປຸງການພົວພັນຂອງ Damacus ກັບບັນດາປະເທດອາຊີຕາເວັນອອກກາງ, ເຊິ່ງມາຮອດປັດຈຸບັນຍັງຄັດຄ້ານການຫັນການພົວພັນເປັນປົກກະຕິ ພາຍຫຼັງໄລຍະກວ່າ 1 ທົດສະວັດ. UEA ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຊີຣີ ຈຳນວນເງິນກວ່າ 100 ລ້ານ USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ. UEA ກໍໄດ້ຈັດສົ່ງໜ່ວຍງານກູ້ໄພກູ້ຊີບ ແລະສະໜອງເຄື່ອງຊ່ວຍບັນເທົາທຸກນັບພັນໂຕນ.

ແຫຼ່ງຄັດຈາກ: vovworld.vn