ອາເມລິກາ: ທ່ານອະດີດປະທານາທິບໍດີ D. Trump ຢ້ານກົວຖືກຈັບຕົວ, ຮຽກຮ້ອງຜູ້ສະໜັບສະໜູນໄປປະທ້ວງ
    
    
    
        
            
ໃນສື່ສັງຄົມອອນໄລ Truth ໂດຍທ່ານ Donald Trump ສ້າງຕັ້ງຂຶ້ນ, ທ່ານໄດ້ຂຽນວ່າ: ຂໍ້ມູນທີ່ໄດ້ຮັບແບບຜິດກົດໝາຍຈາກຫ້ອງວ່າການ ໄອຍະການເມືອງ Manhattan ໃຫ້ຮູ້ວ່າ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ນຳໜ້າຂອງພັກສາທາລະນະ, ອະດີດປະທານາທິບໍດີ ອາເມລິກາ ຈະຖືກຈັບຕົວໃນວັນທີ 21 ມີນາ”.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters) | 
		
	
	ວັນທີ 18 ມີນາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ໄດ້ຮັບຂ່າວວ່າ ຕົນເອງຈະຖືກຈັບຕົວໃນວັນທີ 21 ມີນາ ແລະຮຽກຮ້ອງຜູ້ສະໜັບສະໜູນຈັດປະທ້ວງເພື່ອຄັດຄ້ານ. ໃນສື່ສັງຄົມອອນໄລ Truth ໂດຍທ່ານ Donald Trump ສ້າງຕັ້ງຂຶ້ນ, ທ່ານໄດ້ຂຽນວ່າ: ຂໍ້ມູນທີ່ໄດ້ຮັບແບບຜິດກົດໝາຍຈາກຫ້ອງວ່າການໄອຍະການເມືອງ Manhattan ໃຫ້ຮູ້ວ່າ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ນຳໜ້າຂອງພັກສາທາລະນະ, ອະດີດປະທານາທິບໍດີ ອາເມລິກາ ຈະຖືກຈັບຕົວໃນວັນທີ 21 ມີນາ”. ຫຼັງຈາກນັ້ນ, ທ່ານ Donald Trump ໄດ້ຮຽກຮ້ອງຜູ້ສະໜັບສະໜູນທ່ານ “ຈົ່ງປະທ້ວງ ແລະຍາດເອົາປະເທດຂອງພວກເຮົາຄືນໃໝ່”.
	ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ບໍ່ຍົກໃຫ້ເຫັນຢ່າງລະອຽດບັນດາຂໍ້ກ່າວວ່າທີ່ເລັ່ງໃສ່ທ່ານ, ກໍ່ຄືບໍ່ຍົກອອກພະຍານຫຼັກຖານໃດທີ່ສະແດງໃຫ້ເຫັນວ່າ ທ່ານຈະຖືກຈັບຕົວ. ທ່ານໄດ້ຕຳໜິຕິຕຽນຫ້ອງວ່າການໄອຍະການເມືອງ Manhattan ມີກຳລັງໜູນດ້ານການເມືອງ ແລະ ທຸກຂໍ້ກ່າວຫາເລັ່ງໃສ່ທ່ານ ລ້ວນແຕ່ໄຮ້ເຫດຜົນ.
	ສ່ວນຫ້ອງວ່າການໄອຍະການເມືອງ Manhattan ແລະວົງການເຈົ້າໜ້າທີ່ຕຸລາການສະຫະລັດ ອາເມລິກາ ຍັງບໍ່ທັນມີຄຳເຫັນຫຍັງກ່ຽວກັບຂໍ້ມູນດັ່ງກ່າວເທື່ອ.
	ແຫຼ່ງຄັດຈາກ: vovworld.vn