ກອງປະຊຸມຄະນະກໍາມາທິການແມ່ນໍ້າຂອງສາກົນ ຈະດໍາເນີນຢູ່ລາວ ໃນຕົ້ນເດືອນເມສາ
ກປ.ອອນໄລ - ຄະນະກໍາມາທິການແມ່ນໍ້າຂອງ ແມ່ນອົງການລະຫວ່າງລັດຖະບານລວມມີຫວຽດນາມ, ກໍາປູເຈຍ, ລາວ ແລະໄທ ເພື່ອແນໃສ່ຄຸ້ມຄອງແຫຼ່ງນໍ້າລວມ ແລະບັນດາຊັບພະຍາກອນທີ່ກ່ຽວຂ້ອງຂອງແມ່ນໍ້າຂອງ ເພື່ອການພັດທະນາແບບຍືນຍົງຂອງພາກພື້ນ.
ລາວ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ແລະກອງປະຊຸມສາກົນ MRC ຄັ້ງທີ 4 ຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 2-5 ເມສາ ຈະມາເຖິງ.
ນີ້ແມ່ນເຫດການການເມືອງຂັ້ນສູງສຸດຂອງຄະນະກໍາມາທິການ ເພື່ອແນໃສ່ປຶກສາຫາລືບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມຮັບຮູ້ໃໝ່ສຸດ ແລະມາດຕະການປະດິດຄິດສ້າງໃໝ່ເພື່ອອະນຸລັກແມ່ນໍ້າຂອງ. MRC ຊີ້ແຈ້ງວ່າກອງປະຊຸມຈະສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຮງທີ່ສຸດຂອງບັນດາການນໍາຕໍ່ການຮ່ວມມືແມ່ນໍ້າຂອງໃນຂອບເຂດຄະນະກໍາມາທິການ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ກອງປະຊຸມດໍາເນີນ 4 ປີ ໜຶ່ງຄັ້ງ, ກອງປະຊຸມຈະມີການເຂົ້າຮ່ວມຂອງບັນດາຜູ້ນໍາລັດຖະບານທີ່ມາຈາກ 4 ປະເທດສະມາຊິກ, ລວມມີ ໄທ, ລາວ, ກໍາປູເຈຍ ແລະຫວຽດນາມ ແລະບັນດາການນໍາດ້ານການເມືອງທີ່ມາຈາກຄູ່ຮ່ວມມືເຈລະຈາ ພ້ອມກັບບັນດາຄູ່ຮ່ວມມືພັດທະນາເພື່ອຕີລາຄາກ່ຽວກັບການຮ່ວມມືແມ່ນໍ້າຂອງ ກໍ່ຄືວາງອອກບັນດາການກໍານົດທິດຍຸດທະສາດ.
ພ້ອມກັບກອງປະຊຸມຂັ້ນສູງ MRC ຈະດໍາເນີນກອງປະຊຸມສາກົນ MRC, ດຶງດູດການເຂົ້າຮ່ວມຂອງບັນດານັກຊ່ຽວຊານໃນພາກພື້ນ ແລະທົ່ວໂລກໃນຫຼາຍຂົງເຂດ ຄື ແມ່ນໍ້າ ແລະບັນດາແຫຼ່ງຊັບພະຍາກອນທີ່ກ່ຽວຂ້ອງ, ພະລັງງານ, ສະບຽງອາຫານ, ຄົມມະນາຄົມ, ພ້ອມກັນຂຸດຄົ້ນ ແລະອະນຸລັກແມ່ນໍ້າທີ່ໄຫຼຜ່ານຫຼາຍປະເທດ, ຄຸ້ມຄອງອ່າງແມ່ນໍ້າ, ບໍລິຫານ ແລະພັດທະນາເພື່ອນຳສະເໜີ ແລະປຶກສາຫາລືກ່ຽວກັບຂໍ້ມູນຂ່າວສານໃໝ່ສຸດ, ມາດຕະການປະດິດຄິດສ້າງທີ່ສຸດ ເຊິ່ງກ່ຽວຂ້ອງເຖິງແມ່ນໍ້າຂອງ ແລະອ່າງແມ່ນໍ້າຕ່າງໆ.
ໂດຍ: ຈາງຫງວຽນ