leftcenterrightdel
ທ່ານປະທານາທິບໍດີ ຊີຣີ Bashar al – Assad. ພາບ: AFP/ສໍານັກຂ່າວສານຫວຽດນາມ

ວັນທີ 14 ມີນາ, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ໄປຮອດ ມົດສະກູ, ລັດເຊຍ ໃນການເດີນທາງໄປຢ້ຽມຢາມປະເທດໜຶ່ງຢູ່ນອກພາກພື້ນຕາເວັນອອກກາງຄັ້ງທຳອິດຢ່າງເປັນທາງການ ພາຍຫຼັງເຫດແຜ່ນດິນໄຫວຢ່າງໜັກໜ່ວງເກີດຂຶ້ນເມື່ອເດືອນ ກຸມພາ ຜ່ານມາ. ຖະແຫຼງການຂອງວັງ Kremlin ໃຫ້ຮູ້ວ່າ ທ່ານ Bashar al – Assad ມີການພົບປະສົນທະນາກັບທ່ານປະທານາທິບໍດີ ປະເທດເຈົ້າພາບ Vladimir Putin ເພື່ອແນໃສ່ປຶກສາຫາລືກ່ຽວກັບເນື້ອໃນຮ່ວມມືໃນຂົງເຂດການເມືອງ, ການຄ້າ ແລະ ມະນຸດສະທຳ, “ກໍ່ຄືແງ່ຫວັງແກ້ໄຂສະພາບການລວມຢູ່ພາຍໃນປະເທດ ແລະ ຢູ່ອ້ອມແອ້ມຊີຣີ. ການນຳສອງປະເທດ ລັດເຊຍ ແລະ ຊີຣີ ກໍ່ໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນຕໍ່ໄປ ເພື່ອຫັນການພົວພັນລະຫວ່າງ ຊີຣີ ແລະ ຕວັກກີ ເປັນປົກກະຕິຄືນໃໝ່, ເຊິ່ງໃນນັ້ນ ລັດເຊຍ ສວມບົດບາດເປັນປະເທດໄກ່ເກ່ຍ.

ແຫຼ່ງຄັດຈາກ: vovworld.vn