leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ:  Reuters

ເນື້ອໃນຫຼັກໆຂອງລັດຖະດຳລັດສະບັບນີ້ ແມ່ນສຸມໃສ່ການເປີດກວ້າງຂອບເຂດການກວດກາຊີວະປະຫວັດຜູ້ຊື້ປືນ ເພື່ອແນໃສ່ສະກັດກັ້ນອາດຊະຍາກອນ ຫຼື ບັນດາເປົ້າໝາຍທີ່ມີການກະທຳທາລຸນນຳໃຊ້ປືນ, ລັດຖະດຳລັດດັ່ງກ່າວກໍ່ຮຽກຮ້ອງໃຫ້ຮ້ານຈຳໜ່າຍປືນທີ່ໄດ້ຮັບອະນຸຍາດແລ້ວ ກໍ່ຕ້ອງປະຕິບັດຂັ້ນຕອນການກວດກາຊີວະປະຫວັດກໍ່ຄືຂໍ້ສະເໜີແນະສຳລັບບຸກຄົນທີ່ນອນໃນເປົ້າໝາຍຕ້ອງກວດກາຊີວະປະຫວັດຢ່າງຄົບຖ້ວນ. ນອກຈາກນັ້ນແລ້ວ, ລັດຖະດຳລັດສະບັບນີ້ກໍ່ເລັ່ງໃສ່ກຸ່ມບໍລິສັດຜະລິດປືນຢູ່ ອາເມລິກາ ເມື່ອຮຽກຮ້ອງຄະນະກຳມະການການຄ້າສະຫະລັດຕີລາຄາການເຄື່ອນໄຫວໂຄສະນາປືນໃຫ້ປະຊາຊົນອາເມລິກາ, ນັບທັງເປົ້າໝາຍທີ່ເປັນເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn