ວັນທີ 28 ມັງກອນ, ທ່ານ Tobias Billstrom ລັດຖະມົນຕີການຕ່າງປະເທດ ຊູແອັດ ໃຫ້ຮູ້ວ່າ ເລື່ອງຂໍເຂົ້າເປັນສະມາຊິກອົງການສົນທິສັນຍາອັກລັງຕິກເໜືອ (NATO) ຂອງປະເທດນີ້ໄດ້ຖືກໂຈະໄວ້ຊົ່ວຄາວ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ Tobias Billstrom. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອແບ່ງປັນກັບໜັງສືພິມ Expressen, ທ່ານລັດຖະມົນຕີການຕ່າງປະເທດ Tobias Billstrom  ເວົ້າວ່າ “ບາງເຫດການເກີດຂຶ້ນໃນບັນດາອາທິດຜ່ານມາໄດ້ເຮັດໃຫ້ເລື່ອງຂໍເຂົ້າເປັນສະມາຊິກອົງການນີ້ຖືກໂຈະໄວ້ຊົ່ວຄາວ”. ພ້ອມກັນນັ້ນ, ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ: ລັດຖະບານ ຊູແອັດ ຈະສຸມໃສ່ລົງທຶນໃຫ້ຂົງເຂດພະລັງງານ ແລະຕ້ອງມີເວລາເພື່ອຊຸກຍູ້ການເຂົ້າເປັນສະມາຊິກ NATO ຄືນໃໝ່.

ກ່ອນໜ້ານັ້ນ, ໃນການເດີນຂະບວນປະທ້ວງທີ່ດຳເນີນຢູ່ໃກ້ກັບສະຖານທູດ ຕວກກີ ປະຈຳ Stockholm (ປະເທດ ຊູແອັດ) ໃນວັນທີ 21 ມັງກອນ, ນັກການເມືອງຝ່າຍຂວາຊາວ ຊູແອັດ  Stram Kurs Rasmus Paludan, ເຊິ່ງເປັນຜູ້ມີທັດສະນະຕ້ານຊາວອົບພະຍົບເຂົ້າເມືອງໄດ້ມີການກະທຳຈູດເຜົາຄຳພີ Koran. ປະຕິກິລິຍາກ່ຽວກັບເຫດການດັ່ງກ່າວ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ກ່າວເຕືອນວ່າ ຊູແອັດ ຈະບໍ່ໄດ້ຮັບການສະໜັບສະໜູນຈາກ Ankara ເພື່ອເຂົ້າເປັນສະມາຊິກຂອງ NATO ພາຍຫຼັງເກີດເຫດການນີ້.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ