leftcenterrightdel
ນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz  ເລີ່ມເຄື່ອນໄຫວຢ້ຽມຢາມບັນດາປະເທດອາເມລິກາ ລາຕິນ, ຄື: ອັກຊັງຕິນ, ຈີເລ ແລະບຣາຊິນ, ເຊິ່ງເປັນ 3 ປະເທດທີ່ມີແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບຸນທີ່ສຸດ ແລະແມ່ນບັນດາຄູ່ຮ່ວມມືມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງ ເຢຍລະມັນ  ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ສຸດຢູ່ສະຫະພາບເອີລົບ (ອີຢູ). ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ບັນດາວິສາຫະກິດເຢຍລະມັນພວກຊອກຫາກາລະໂອກາດໃໝ່ຢູ່ຕ່າງປະເທດ ເພື່ອຫັນການສະໜອງພະລັງງານເປັນຫຼາຍຮູບຫຼາຍແບບພາຍຫຼັງເກີດວິກິດການເສດຖະກິດຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກໍ່ຂຶ້ນ.

ເມື່ອຕອບສຳພາດນັກຂ່າວສະມາຄົມບັນດາອົງການສື່ມວນຊົນ ອາເມລິກາໃຕ້ (GDA) ກ່ອນການເຄື່ອນໄຫວຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Olaf Scholz   ໄດ້ຊີ້ແຈ້ງວ່າ ເຢຍລະມັນ ຢາກເພີ່ມທະວີການຮ່ວມມືກັບພາກພື້ນອາເມລິກາລາຕິນ ແລະກາຣີເບ ໃນບັນດາຂົງເຂດພະລັງງານທົດແທນ, ເຕັກໂນໂລຊີ hydro ຂຽວ ແລະ ການຄ້າມີຄວາມຮັບຜິດຊອບຕໍ່ແຫຼ່ງວັດຖຸດິບ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ