ສະພາແຫ່ງຊາດຮັບຮອງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່
ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022 ເປັນມື້ສຸດທ້າຍຂອງການດຳເນີນກອງປະຊຸມໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະໃນພາກບ່າຍຂອງກອງປະຊຸມດັ່ງກ່າວໄດ້ມີວາລະພິເສດໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍການນຳພັກ-ລັດ ຂັ້ນສູງ ແລະສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.