ຕອນເຊົ້າວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ສົ່ງສານການທູດຢ່າງເປັນທາງການຂຶ້ນສານຍຸຕິທຳສານກົນ (ICJ) ເພື່ອຢາກໃຫ້ອົງການນີ້ ຊ່ວຍຊອກມາດຕະການແກ້ໄຂບັນຫາຊາຍແດນກັບໄທ.

leftcenterrightdel
ທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ກຳປູເຈຍ. ພາບ: PV/VOV- Phnom Penh.

ລະອຽດ ສານການທູດຂອງລັດຖະບານ ກຳປູເຈຍ ສະເໜີ ສານຍຸຕິທຳສາກົນ ພິຈາລະນາການຂັດແຍ້ງ ຢູ່ 4 ເຂດຢູ່ຊາຍແດນລວມລະຫວ່າງ ກຳປູເຈຍ ແລະ ໄທ ລວມມີ Ta Moan Thom, Ta Moan Tauch, Ta Krabei ແລະ ເຂດສາມລ່ຽມ Chong Bok/Mom Bei –  ຊຶ່ງແມ່ນບ່ອນເກີດການປະທະກັນຫວ່າງແລ້ວນີ້ ໃນວັນທີ 28 ພຶດສະພາ ລະຫວ່າງກອງທັບສອງປະເທດ.

ແຈ້ງການຂອງທ່ານນາຍົກລັດຖະມົນຕີ Hun Manet ກໍ່ເຕື້ອງເຖິງເລື່ອງ ວັນທີ 15 ມິຖຸນາ ປີນີ້ ແມ່ນຂີດໝາຍຄົບຮອບ 63 ປີ ນັບແຕ່ເມື່ອວັນສານຍຸຕິທຳສາກົນອອກຄຳຕັດສິນໃນວັນທີ 15 ມິຖຸນາປີ 1962 ຢັ້ງຢືນອະທິປະໄຕຂອງກຳປູເຈຍ ສຳລັບພະວິຫານ Preah Vihear. ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ ພາຍຫຼັງ 63 ປີ, ຈິດໃຈ ແລະແຜນນະໂຍບາຍຂອງກຳປູເຈຍ ຍັງສືບຕໍ່ແມ່ນແກ້ໄຂຄວາມຂັດແຍ້ງ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ແຫຼ່ງຄັດຈາກ: vovworld.vn