ພົບຜູ້ໂດຍສານຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເຫດເຮືອບິນຕົກຢູ່ ອິນເດຍ
ປະຈຸບັນຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງວ່າ 290 ຄົນ, ລວມທັງຜູ້ໂດຍສານໃນເຮືອບິນ ແລະຜູ້ຢູ່ໜ້າດິນ.
    |
 |
ມີຜູ້ໂດຍສານຄົນໜຶ່ງລອດຊີວິດ. ພາບ: Hindustan Times |
ຕາມຂໍ້ມູນອັບເດດຈາກວົງການເຈົ້າໜ້າທີ່ ອິນເດຍ ໃນຕອນຄ່ຳວັນທີ 12 ມິຖຸນາ, ມີຜູ້ໂດຍສານຄົນໜຶ່ງລອດຊີວິດ ໃນຈຳນວນຜູ້ໂດຍສານທັງໝົດ 242 ຄົນໃນເຮືອບິນ AI-171 ຂອງບໍລິສັດການບິນ Air India ທີ່ຖືກອຸບັດຕິເຫດໃນຕອນບ່າຍວັນທີ 12 ມິຖຸນາ, ຢູ່ລັດ Gujarat, ທິດຕາເວັນຕົກ ອິນເດຍ. ຜູ້ໂດຍສານທີ່ໂຊກດີນັ້ນແມ່ນອ້າຍ Ramesh Viswashkumar, ອາຍຸ 40 ປີ, ປະຈຸບັນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ. ເມື່ອແບ່ງປັນກັບໜັງສືພິມ Hindustan Times, ລາວ ໃຫ້ຮູ້ວ່າ, ພາຍຫຼັງເຮືອບິນ ບິນຂຶ້ນປະມານ 32 ວິນາທີ, ລາວ ໄດ້ຍິນສຽງລະເບີດດັງຂຶ້ນ ແລະເຮືອບິນຕົກ.
ຕາມແຈ້ງການຫຼ້າສຸດຂອງຕຳຫຼວດແລ້ວ, ປະຈຸບັນຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງວ່າ 290 ຄົນ, ລວມທັງຜູ້ໂດຍສານໃນເຮືອບິນ ແລະຜູ້ຢູ່ໜ້າດິນ. ບັນດາເຈົ້າໜ້າທີ່ ອິນເດຍ ຊອກໄດ້ກັບດຳໜຶ່ງກັບຂອງເຮືອບິນລຳດັ່ງກ່າວ, ກັບດຳທີ 2 ຢູ່ດ້ານໜ້າຂອງເຮືອບິນຍັງບໍ່ທັນຊອກເຫັນເທື່ອ.
ພາຍຫຼັງເຮືອບິນຢູ່ ອິນເດຍ ຖືກອຸບັດຕິເຫດ, ໃນວັນດຽວກັນ, ກໍ່ມີປະມຸກລັດ, ເຈົ້າໜ້າທີ່ຂັ້ນສູງຫຼາຍປະເທດໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງພາຍໃຕ້ຫຼາຍຮູບແບບເຖິງຄອບຄົວຜູ້ປະສົບເຄາະຮ້າຍ ແລະລັດຖະບານ ອິນເດຍ.
ແຫຼ່ງຄັດຈາກ: vovworld.vn