ສະໂລວາກີ ແລະຮຸງກາຣີ ຢຶດໝັ້ນຄັດຄ້ານການລົງໂທດໃໝ່ຂອງ EU ເລັ່ງໃສ່ລັດເຊຍ
ສະໂລວາກີ ແລະ ຮຸງກາຣີ ສືບຕໍ່ອອກສຽງຄັດຄ້ານການລົງໂທດ ທີ 18 ຂອງສະຫະພາບເອີລົບ (EU) ເລັ່ງໃສ່ ລັດເຊຍ, ຖືວ່າ ມາດຕະການນີ້ບໍ່ພຽງແຕ່ມີຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດເທົ່ານັ້ນ, ຫາກຍັງກໍ່ຜົນສະທ້ອນຕໍ່ພື້ນຖານເສດຖະກິດເອີລົບອີກດ້ວຍ. ການຄັດຄ້ານຂອງສອງປະເທດສະມາຊິກນີ້ກໍ່ເຮັດໃຫ້ EU ຕົກເຂົ້າສູ່ສະພາບການຫຍຸ້ງຍາກກ່ອນການຈັດຕັ້ງກອງປະຊຸມສຸດຍອດໃນທ້າຍເດືອນມິຖຸນາ ຈະມາເຖິງ.