leftcenterrightdel
ລັດຖະມົນຕີສິ່ງແວດລ້ອມ ສ.ເກົາຫຼີ Han Wha-jin. ພາບ: Yonhap

ຢູ່ກອງປະຊຸມ, ເຊີອູນ ໄດ້ຮຽກຮ້ອງໃຫ້ປັກກິ່ງ ແລະໂຕກຽວ ເຂົ້າຮ່ວມ ສັບປະດັບທົ່ວໂລກຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກ່ຽວກັບ ສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ທີ່ຈະດຳເນີນຢູ່ ສ.ເກົາຫຼີ ໃນເດືອນສິງຫາ ປີ 2023. ນີ້ຈະແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດກ່ຽວກັບການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ສ່ວນຈີນ ໄດ້ສະເໜີ ສ.ເກົາຫຼີ ແລະ ຢີ່ປຸ່ນ ສົມທົບກັນໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບຮອງເອົາກອບຊີວະນາໆພັນທົ່ວໂລກ ຫຼັງ 2020 ຢູ່ກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາກ່ຽວກັບຊີວະນາໆພັນ (Cop15) ຢູ່ (ປະເທດການາດາ) ໃນວັນທີ 7 ທັນວາ ຈະມາເຖິງ, ເຊິ່ງຈີນ ແມ່ນປະທານກອງປະຊຸມ. ກອງປະຊຸມລັດຖະສະພາສິ່ງແວດລ້ອມ ຈີນ - ສ.ເກົາຫຼີ - ຍີ່ປຸ່ນ ໄດ້ຈັດຕັ້ງນັບແຕ່ປີ 1999 ເພື່ອແນໃສ່ປຶກສາຫາລື ແລະແກ້ໄຂບັນດາບັນຫາສິ່ງແວດລ້ອມລວມຂອງພາກພື້ນ, ຊຸກຍູ້ພາກພື້ນພັດທະນາແບບຍືນຍົງ.

ແຫຼ່ງຄັດຈາກ: vovworld.vn