leftcenterrightdel
ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ມອບຂອງຂວັນໃຫ້ນັກສຶກສາຊູດັງໃຕ້. ພາບ: qdnd.vn

ກໍາລັງຫຼັກແຫຼ່ງແມ່ນໜ່ວຍແມ່ຍິງ ແລະສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4  ໄດ້ໄປຢ້ຽມຢາມກະຊວງສຶກສາຊູດັງໃຕ້  ແລະບັນດາໂຮງຮຽນຢູ່ປະເທດປະຈໍາຖິ່ນ, ເພື່ອມອບຂອງຂວັນລວມມີເຄື່ອງໃຊ້ໃນການຮໍ່າຮຽນ ແລະເຄື່ອງນຸ່ງໃໝ່ໃຫ້ແກ່ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຈັດຕັ້ງການປູກຕົ້ນໄມ້ຢູ່ໃນບໍລິເວນໂຮງຮຽນ. ໂຄງການດັ່ງກ່າວໄດ້ຮັບການປະຕິບັດດ້ວຍຄວາມປາດຖະໜາຢາກໜູນຊ່ວຍ ແລະສົ່ງເສີມພວກນ້ອງນັກຮຽນສືບຕໍ່ມານະພະຍາຍາມເຂົ້າເຖິງຄວາມຮູ້ຂອງມວນມະນຸດ, ມານະພະຍາຍາມບືນຕົວຂຶ້ນ, ສ້າງອະນາຄົດທີ່ສົດໃສໃຫ້ແກ່ຕົນເອງ ແລະໃຫ້ປະເທດຊາດຂອງພວກນ້ອງເທື່ອລະກ້າວ. ຜູ້ຕາງໜ້າຄະນະອະທິການບໍດີບັນດາໂຮງຮຽນທີ່ຄະນະມາຢາມໄດ້ຂອບອົກຂອບໃຈຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຂອງບັນດານັກຮົບໝວກເບເລສີຂຽວ ຫວຽດນາມ ທີ່ໄດ້ຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍພວກນ້ອງນັກຮຽນມີເງື່ອນໄຂຮ່ຳຮຽນ, ດໍາເນີນຊີວິດໃຫ້ດີກວ່າ.

ໂດຍ: ທະນາພອນ