ການນຳຫວຽດນາມ ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳອິນໂດເນເຊຍ ຕໍ່ການເສຍຫາຍຈາກເຫດແຜ່ນດິນໄຫວ
ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນ ແລະມີຜູ້ຮັບບາດເຈັບນັບຮ້ອຍຄົນ, ພ້ອມທັງເຮັດໃຫ້ປະຊາຊົນ 13.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພໂດຍທັນທີ ແລະທຳລາຍເຮືອນຊານຂອງປະຊາຊົນກວ່າ 2.000 ຫຼັງ.
ໂດຍໄດ້ຮັບຂ່າວວ່າ ເຫດແຜນດິນໄຫວເກີດຂຶ້ນໃນວັນທີ 21 ພະຈິກ ຢູ່ ແຂວງ Java ຕາເວັນຕົກ ເຮັດໃຫ້ຖືກຜົນເສຍຫາຍຢ່າງຮ້າຍແຮງ ນັບທັງດ້ານຊີວິດອິນຊີ ແລະຊັບສິນ, ວັນທີ 22 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານແບ່ງເບົາຄວາມເສົ້າຫຼົດໃຈເຖິງທ່ານປະທານາທິບໍດີ Joko Widodo. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi.
    |
 |
ເຫດແຜ່ນດິນໄຫວຢູ່ ແຂວງ Java ຕາເວັນຕົກ ທຳລາຍເຮືອນຊານຂອງປະຊາຊົນກວ່າ 2.000 ຫຼັງ. ພາບ: Reuters |
ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນ ແລະ ມີຜູ້ຮັບບາດເຈັບນັບຮ້ອຍຄົນ, ພ້ອມທັງເຮັດໃຫ້ປະຊາຊົນ 13.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພໂດຍທັນທີ ແລະ ທຳລາຍເຮືອນຊານຂອງປະຊາຊົນກວ່າ 2.000 ຫຼັງ.
ວັນທີ 22 ພະຈິກ, ໜ່ວຍກູ້ໄພກູ້ຊີບຂອງອິນໂດເນເຊຍ ຍັງສືບຕໍ່ຮີບເຮັ່ງຊອກຫາຜູ້ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ວຽກງານການຊອກຫາຜູ້ປະສົບເຄາະຮ້າຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ແຫຼ່ງຄັດຈາກ vovworld.vn