ແຈ້ງການສື່ມວນຊົນວັນທີ 29 ມິຖຸນາ ຂອງກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ ປີນີ້, ປະເທດລັດເຊຍ ໄດ້ເຊີນ 129 ປະເທດເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ Army – 2022. ແຈ້ງການໄດ້ຊີ້ແຈ້ງວ່າ 7 ປະເທດມີຈຸດປະສົງຢາກຕັ້ງຮ້ານວາງສະແດງໃນບັນດາເຫດການ Army – 2022.

leftcenterrightdel
ພາບປະກອບຈາກ TASS.

ເວທີປາໄສ Army 2022 ຈະຈັດຂຶ້ນແຕ່ວັນທີ 15 ຫາວັນທີ 21 ສິງຫາ, ກົງກັບໄລຍະດຳເນີນງານມະຫາກຳກິລາການທະຫານສາກົນ ແລະ ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 10. ບັນດາເຫດການຕົ້ນຕໍຂອງເວທີປາໄສຈະຈັດຂຶ້ນຢູ່ຫໍປະຊຸມ ແລະ ຫໍວາງສະແດງ Patriot, ສະໜາມບິນ Kubinka, ສະໜາມກິລາ Alabino…

ແຫຼ່ງຄັດຈາກ vovworld.vn