leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນ. ພາບ: Vietnamplus.vn

ກ່າວຄໍາເຫັນທີ່ວາລະດັ່ງກ່າວ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວຫວຽດນາມ ປະຈໍາ ສປຊ ເນັ້ນໜັກວ່າ ພະຍາດໂຄວິດ-19 ສືບຕໍ່ນາບຂູ່ຄວາມມານະພະຍາຍາມສ້າງສັນຕິພາບ ແລະການພັດທະນາ, ໃນຂະນະນັ້ນ, ສະພາບການປະທະກັນທີ່ເກີດຂຶ້ນຢູ່ຫຼາຍພາກພື້ນໄດ້ເຮັດໃຫ້ສາມັນຊົນໄດ້ຮັບບາດເຈັບ ແລະເສຍຊີວິດ ແລະບັນດາສິ່ງທ້າທາຍດ້ານມະນຸດສະທໍາເພີ່ມຂຶ້ນ. ເພື່ອຊຸກຍູ້ການຢຸດຍິງ, ຕ້ອງເພີ່ມທະວີການເຄົາລົບບັນດາມະຕິສະບັບເລກທີ 2532, 2565 ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນອາດຈະພິຈາລະນາສ້າງຕັ້ງໜ່ວຍງານໜຶ່ງເພື່ອຕິດຕາມກວດກາບັນດາຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ຢູ່ບັນດາເຂດປະທະກັນຢ່າງມີປະສິດທິຜົນ.

ໂດຍ: ໄຊຊະນະ