leftcenterrightdel
ທ່ານ Ibrahim Kalin, ໂຄສົກຂອງທ່ານປະທານາທິບໍດີ ຕວັກກີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Ibrahim Kalin, ໂຄສົກຂອງທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ວັນທີ 26 ມິຖຸນາ  ຢັ້ງຢືນວ່າ Ankara ຈະບໍ່ເຂົ້າຮ່ວມມາດຕະການລົງໂທດຂອງຝ່າຍຕາເວັນຕົກ ສຳລັບ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງວິກິດການ ຢູແກຼນ.

ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Haberturk, ທ່ານ Ibrahim Kalin ໃຫ້ຮູ້ວ່າ ການພົວພັນດ້ານເສດຖະກິດຂອງ ຕວັກກີ ກັບ ລັດເຊຍ ມີຈຸດພິເສດວ່າ ບັນດາມາດຕະການລົງໂທດ ອາດຈະສົ່ງຜົນເສຍຫາຍຫຼາຍກວ່າຕໍ່ພື້ນຖານເສດຖະກິດຂອງ ຕວັກກີ ເມື່ອທຽບໃສ່ພື້ນຖານຂອງ ລັດເຊຍ. ຕວັກກີ ບໍ່ສະໜັບສະໜູນບັນດາມາດຕະການລົງໂທດ ລັດເຊຍ ຂອງ ຝ່າຍຕາເວັນຕົກ.

ແຫຼ່ງຄັດຈາກ: vovworld.vn