leftcenterrightdel
ເຮືອບິນ​ Airbus A319-100  ຖ້ຽວ​ບິນ TV9833 ທີ່​ບັນທຸກ​ຜູ້​ໂດຍສານ 113 ຄົນ ​ແລະ ລູກ​ເຮືອ​ອີກ 9 ຄົນ ໄດ້ແລ່ນ​ອອກ​ນອກທາງ​ແລນ ແລະເກີດ​ໄຟ​ໄໝ້​ຂຶ້ນຮຸນ​ແຮງ ຢູ່​ສະໜາມ​ບິນສາກົນ ຈົ​ງ​ຊີງ ​ເຈ່ຍເປ່​ຍ ໃນວັນທີ 12 ພຶດສະພາ 2022. ພາບ: South China Morning Post/ສໍານັກຂ່າວສານຫວຽດນາມ. 

ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ​ ຈີນ, ວັນ​ທີ 12​ ພຶດສະພາ ​ນີ້, ​ເກີດ​​ໄຟ​ໄໝ້ ເຮືອບິນລຳ​ນຶ່ງ​ ຂອງ​ສາຍ​ການບິນ ທິ​ເບ​ດ ​ແອ​ລາຍ (Tibet Airlines) ​ເປັນ​ເຮືອບິນ​ Airbus A319-100  ຖ້ຽວ​ບິນ TV9833 ທີ່​ບັນທຸກ​ຜູ້​ໂດຍສານ 113 ຄົນ ​ແລະ ລູກ​ເຮືອ​ອີກ 9 ຄົນ  ​​ໄດ້ແລ່ນ​ອອກ​ນອກທາງ​ແລນ (runway)​ ໃນຂະນະ​ທີ່ ພວມ​ອອກ​ເດີນທາງຈາກ​ນະຄອນ ​ຈົງ​ຊີງ (Chongqing) ​ໄປ​ຍັງ​ເມືອງ ຫລິນ​ຈື (Linzhi) ​ລະຫວ່າງພວມ​ບິນ​ຂຶ້ນ ​​​ແລະເກີດ​ໄຟ​ໄໝ້​ຂຶ້ນຮຸນ​ແຮງ ຢູ່​ສະໜາມ​ບິນສາກົນ ຈົ​ງ​ຊີງ ​ເຈ່ຍເປ່​ຍ ​(Chongqing Jiangbei ) ໃນ​ເທດສະບານນະຄອນ ຈົງ​ຊີງ (Chongqing)  ທາງຕາ​ເວັນ​ຕົກ​ ສ່ຽງ​ໃຕ້ ​ຂອງ​ຈີນ ສົ່ງ​ຜົນ​ໃຫ້​ມີ​ ຜູ້​ໄດ້​ຮັບບາດ​ເຈັບຢ່າງ​ໜ້ອຍ 25 ຄົນ ຖື​ກນຳ​ສົ່ງ​ໄປ​ໂຮງໝໍ ​ແລ້ວ. ຂະນະ​ນີ້ ​ເຈົ້າໜ້າ​ທີ່​ກ່ຽວຂ້ອງຂອງ​ສະໜາມ​ບິນ ສາມາດ​ມອດ​ໄຟ​ໄດ້​ແລ້ວ ​ແລະສັ່ງ​ປິດສະໜາມ​ບິນ ບ່ອນ​ເກີດ​ອຸບັດ​ເຫດ ​ໃນ​ຄັ້ງນີ້./.

ໂດຍ: ກວຽດເຕິມ