ຄະນະນັກກິລາລາວ ກຽມພ້ອມເຂົ້າຮ່ວມແຂ່ງຂັນຊີເກມ 31
ກປ.ອອນໄລ - ເພື່ອລະດົມສົ່ງເສີມຈິດໃຈ ແລະຄວາມຄາດຫວັງອຸທິດສ່ວນຂອງບັນດາຄູຝຶກ, ນັກກິລາລາວ ກ່ອນອອກເດີນທາງເຂ້ົາຮ່ວມແຂ່ງຂັນຊີເກມ 31 ຢູ່ຫວຽດນາມ, ຕອນບ່າຍວັນທີ 4 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນພິທີຖະແຫຼງຂ່າວຄະນະນັກກິລາລາວ ເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31.