leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ສາຍພັນ Omicron ຂອງເຊື້ອໄວຣັດ SARS – CoV – 2 ຈະກໍ່ຜົນກະທົບຕໍ່ການເຕີບໂຕດ້ານເສດຖະກິດຂອງ ອາເມລິກາ ໃນຊຸມເດືອນຈະມາເຖິງ, ແຕ່ບໍ່ສາມາດກີດຂວາງທ່າຟື້ນຟູດ້ານເສດຖະກິດຂອງບາງພື້ນຖານເສດຖະກິດໃນໂລກໄດ້. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນອາເມລິກາ ທີ່ການພົບປະກັບບັນດາເຈົ້າຄອງນະຄອນໃນທົ່ວປະເທດທີ່ໄດ້ດຳເນີນຢູ່ ວໍຊິງຕັນ ໃນວັນທີ 19 ມັງກອນ. ທ່ານນາງ ລັດຖະມົນຕີ Yellen ເນັ້ນໜັກວ່າ ບ້ວງເງິນໜູນຊ່ວຍດ້ານເສດຖະກິດ “ແຜນການກອບກູ້ປະເທດອາເມລິກາ” ເຊິ່ງທ່ານປະທານາທິບໍດີ Joe Biden ຊຸກຍູ້ ແລະ ສະພາແຫ່ງຊາດໄດ້ຮັບຮອງເອົາເມື່ອເດືອນມີນາ 2021 ຈະປຽບເໝືອນ “ວັກຊິນໃຫ້ແກ່ພື້ນຖານເສດຖະກິດ ອາເມລິກາ, ປົກປ້ອງທ່າຟື້ນຟູເສດຖະກິດ ຕໍ່ໜ້າຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ໜ້າເຊື້ອໄວຣັດສາຍພັນໃໝ່”. ທ່ານນາງ Janet Yellen ໃຫ້ຮູ້ວາ ບ້ວງເງິນໜູນຊ່ວຍ 350 ຕື້ໂດລາສະຫະລັດຈະໄດ້ແຈກຢາຍໃຫ້ແກ່ອຳນາດການປົກຄອງບັນດາທ້ອງຖິ່ນ, ຊ່ວຍວົງຄະນະຍາດຫຼີກລ້ຽງບັນດາຜົນກະທົບຢ່າງຮ້າຍແຮງທີ່ສຸດທາງດ້ານເສດຖະກິດຍ້ອນເຊື້ອໄວຣັດສາຍພັນ Delta ແລະ Omicron ກໍ່ຂຶ້ນ.

ຕາມການຄາດຄະເນຂອງ ບັນດານັກຊ່ຽວຊານດ້ານເສດຖະກິດ ແລ້ວ, ອັດຕາເຕີບໂຕຂອງ ອາເມລິກາ ຈະຊ້າລົງໃນໄຕມາດທີ 1 ຂອງປີ 2022 ຍ້ອນຜົນສະທ້ອນ ຂອງໂລກລະບາດໂຄວິດ - 19. ສາຍພັນ Omicron ພວມເຮັດໃຫ້ຈຳນວນຜູ້ຕິດເຊື້ອ ໂຄວິດ - 19 ເພີ່ມຂຶ້ນ ແລະ ຕ້ອງປະຕິບັດການແຍກຕົວ,ເຮັດໃຫ້ຫຼາຍຄົນບໍ່ສາມາດໄປເຮັດວຽກໄດ້.

ແຫຼ່ງຄັດຈາກ: vovworld.vn