leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 18 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ມົດສະກູ ຊົມເຊີຍເລື່ອງ ອາເມລິກາ ເຂົ້າຮ່ວມຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ຢຸດຕິການປະທະກັນຢູ່ພາກຕາເວັນອອກ ຢູແກຼນ. ຕອບສຳພາດຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Annalena Baerbock ຢູ່ນະຄອນຫຼວງ ມົດສະກູ, ທ່ານ Sergei Lavrov ໄດ້ຢ້ຳຄືນວ່າ ຢູແກຼນ ພວມ “ທຳລາຍ” ການປະຕິບັດບັນດາຂໍ້ຕົກລົງ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງກອງທັບລັດຖະບານ ຢູແກຼນ ແລະ ກຳລັງລຸກຮື້ຂຶ້ນຢູ່ພາກຕາເວັນອອກຂອງປະເທດນີ້. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ພວມລໍຖ້າຄຳຕອບຈາກ ວໍຊິງຕັນ ກ່ຽວຂ້ອງເຖິງຄວາມຮຽກຮ້ອງດ້ານຄວາມໝັ້ນຄົງ ເຊິ່ງ ລັດເຊຍ ສະເໜີຕໍ່ຝ່າຍຕາເວັນຕົກ ກ່ອນທີ່ສືບຕໍ່ດຳເນີນການເຈລະຈາກ່ຽວກັບ ຢູແກຼນ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Annalena Baerbock ຢືນຢັນວ່າ, ເຢຍລະມັນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຢ່າງຈິງຈັງກັບລັດເຊຍ ກ່ຽວກັບການກ້າວເດີນຮ່ວມກັນເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຢູ່ເອີລົບ. ເຢຍລະມັນ ແລະ ລັດເຊຍ ຈະເຮັດທຸກຢ່າງເພື່ອສາມາດຟື້ນຟູກອງປະຊຸມຕາມຮູບແບບ Normandy ໂດຍໄວ.

ແຫຼ່ງຄັດຈາກ: vovworld.vn