ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ “ອວຍພອນບຸນປີໃໝ່ປະຈຳຊາດຫວຽດນາມ ປີຂານ” ໂດຍສະຖານທູດຫວຽດນາມ, ຄະນະຕິດຕໍ່ປະຊາຄົມຊາວຫວຽດນາມ ແລະສະມາຄົມນັກສຶກສາຫວຽດນາມ ຢູ່ສິງກະໂປ ສົມທົບກັນຈັດຕັ້ງເນື່ອງໃນໂອກາດລະດູບານໃໝ່, ບຸນເຕັດວຽນມາ.

ການແຂ່ງຂັນໄດ້ດຶງດູດເອົາ 11 ທີມເຂົ້າຮ່ວມ, ແຕ່ລະທີມມີ 2 ຄົນ ຢູ່ໃນຫຼາຍເກນອາຍຸແຕກຕ່າງກັນ. ບັນຍາກາດເບີກບານ, ຄຶກຄັກມ່ວນຊື່ນບໍ່ຕ່າງຫຍັງກັບບຸນເຕັດຢູ່ບ້ານເກີດເມືອງນອນໃນວັນທີ 30 ບຸນເຕັດ.

leftcenterrightdel
ການແຂ່ງຂັນຫໍ່ເຂົ້າຕົ້ມດຶງດູດການເຂົ້າຮ່ວມຂອງຊາວຫວຽດນາມ ແລະໝູ່ເພື່ອນຈໍານວນໜຶ່ງຢູ່ສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງແຂ່ງຂັນຫໍ່ເຂົ້າຕົ້ມ, ບັນດາທີມ ແລະຍາດຕິພີ່ນ້ອງຊາວຫວຽດນາມ ຢູ່ສິງກະໂປ, ບັນດາພັນລະຍາພະນັກງານສະຖານທູດພ້ອມກັບບັນດາອົງການຕາງໜ້າ ແລະບັນດາສະມາຊິກຄະນະຕິດຕໍ່ໄດ້ສືບຕໍ່ຫໍ່ເຂົ້າຕົ້ມ 100 ອັນ ແລະກະກຽມຂອງຂວັນບຸນເຕັດ 100 ພູດ ເພື່ອມອບໃຫ້ນ້ອງນັກຮຽນ, ນັກສຶກສາຫວຽດນາມ ທີ່ກໍາລັງຮໍ່າຮຽນຢູ່ສິງກະໂປ.

ໂດຍ: ຈາງຫງວຽນ